SBS Lao - SBS ພາ​ສາ​ລາວ - podcast cover

SBS Lao - SBS ພາ​ສາ​ລາວ

Independent news and stories from SBS Audio, connecting you to life in Australia and Lao-speaking Australians. - ຂ່າວທີ່ມີອິສຣະພາບແລະເຣື່ອງທີ່ເອົາທ່ານໃສ່ຊີວິດໃນອອສເຕຼເລັຍແລະຄົນອອສເຕຼລຽນທີປາກພາສລາວ.
Last refreshed:
Follow this podcast in the Metacast mobile app to refresh it and see new episodes.
Download Metacast podcast app
Podcasts are better in Metacast mobile app
Don't just listen to podcasts. Learn from them with transcripts, summaries, and chapters for every episode. Skim, search, and bookmark insights. Learn more

Episodes

ຄວາມຜິດປົກກະຕິຂອງການກິນ.

ຄວາມຜິດປົກກະຕິຂອງການກິນ (Eating Disorders) ໄດ້ເພີ່ມຂຶ້ນ ນັບຕັ້ງແຕ່ເກີດໂຣກລະບາດ, ໂດຍສື່ສານມວນຊົນ ກໍເປັນປັດຈັຍ ຂອງການເພີ່ມຂຶ້ນ ໃນກຸ່ມຄົນຫນຸ່ມ. ຄວາມຜິດປົກກະຕິຂອງການກິນ ເປັນຄວາມເຈັບປ່ວຍ ທີ່ເຈັບປວດຫລາຍ, ສໍາລັບຜູ້ທີ່ປະສົບກັບມັນ, ແລະສໍາລັບພໍ່ແມ່, ຄອບຄົວ, ຫມູ່ເພື່ອນ ແລະຜົວເມັຍຂອງເຂົາເຈົ້າ.

Oct 15, 20248 min

Thinking of installing solar panels? Here's what you need to know - ກຳລັງຄິດທີ່ຈະຕິດຕັ້ງ ແຜງພະລັງແສງຕາເວັນບໍ່? ນີ້ຄື ສິ່ງທີ່ທ່ານຕ້ອງຮູ້.

Australia's warm climate offers an abundant supply of solar energy year-round, making solar power an increasingly significant contributor to the nation's electricity supply. Learn what the requirements are for installing solar power systems in your home. - ອາກາດທີ່ອົບອຸ່ນ ຂອງອອສເຕຣເລັຍ ມີພະລັງແສງຕາເວັນ ຢ່າງຫລວງຫລາຍຕລອດປີ, ເຮັດໃຫ້ພະລັງແສງຕາເວັນ ເປັນສ່ວນທີ່ສໍາຄັນຫລາຍຂຶ້ນ ໃນການຈັດຫາໄຟຟ້າ ຂອງປະເທດ. ມາຮຽນຮູ້ວ່າ ມີຂໍ້ກຳ ໜົດຫຍັງແດ່ ສໍາລັບການຕິດຕັ້ງລະບົບພະລັງງານ ແສງຕາເວັນໃນເຮືອນຂອງທ່ານ.

Oct 15, 20249 min

ລະດູທີ່ນົກ Magpie ບິນໄລ່ທຳຮ້າຍຜູ້ຄົນ.

Magpie ແມ່ນນົກສີດໍາ ແລະຂາວ ທີ່ເຮົາຮູ້ກັນດີວ່າ ແມ່ນນົກພື້ນເມືອງອອສເຕຣເລັຍ. ໂດຍທົ່ວໄປແລ້ວ ເປັນນົກທີ່ຮ້ອງມ່ວນ, ແຕ່ໃນລະດູ ການປະສົມພັນ, ຈະກາຍເປັນຜູ້ປົກປ້ອງຮັງຂອງມັນ ຢ່າງຮ້າຍກາດ, ມັນຈະບິນໄລ່ສັບ ສິ່ງທີ່ມັນເຫັນວ່າເປັນການຂົ່ມຂູ່-ຮວມທັງຄົນ ທີ່ຍ່າງຜ່ານໄປມາ ໂດຍບໍ່ລະວັງໂຕ. ໂດຍທົ່ວໄປແລ້ວ, ມັນມີແຕ່ໂຕຜູ້ ທີ່ເຮັດການໂຈມຕີ ຊຶ່ງກໍແມ່ນໂຕທີ່ປົກປ້ອງລູກຢູ່ໃນຮັງຂອງມັນ.

Oct 08, 20247 min

"Shrinkflation" ແມ່ນຫຍັງ?

"Shrinkflation" ແມ່ນການປະຕິບັດໂດຍ Supermarkets ທີ່ຫລຸດຂນາດ ຫຼືປະຣິມານຂອງສິນຄ້າລົງ....ແຕ່ລາຄາຍັງຄົງຄືເກົ່າ...ຫລືແມ່ນແຕ່ເພີ່ມຂຶ້ນ.... ເຊິ່ງເປັນການປະຕິບັດທີ່ແພ່ໄປທົ່ວອຸດສະຫະກັມ...ຣັຖບານ ກໍາລັງພະຍາຍາມເພີ່ມຄວາມເຂັ້ມແຂງ ໃຫ້ແກ່ລະບຽບລາຄາຕໍ່ຫນ່ວຍ (Unit Pricing Code) ເຮັດໃຫ້ປ້າຍລາຄາ ແລະບໍຣິມາດເຫັນງ່າຍ, ອ່ານງ່າຍ ແລະປຽບທຽບໄດ້... ພ້ອມທັງມີການລົງໂທດໃຫມ່ ສໍາລັບຕລາດເຫລົ່ານັ້ນ-ໃນການເຮັດສິ່ງທີ່ບໍ່ຖືກຕ້ອງ.

Oct 08, 20246 min

ຄວາມເຈັບປວດຊໍາເຮື້ອຂອງເດັກນ້ອຍອອສເຕຣເລັຍ.

ຫນຶ່ງໃນຫ້າຄົນ ຂອງເດັກນ້ອຍອອສເຕຣເລັຍ ຕ້ອງທົນທຸກທໍຣະມານຈາກຄວາມເຈັບປວດຊໍາເຮື້ອ ແຕ່ການວິຈັຍໃຫມ່ ສະແດງໃຫ້ເຫັນວ່າ ບັນຫາສ່ວນຫລາຍ ບໍ່ຖືກເອົາໃຈໃສ່, ຊຶ່ງນໍາໄປສູ່ການຊັກຊ້າ ໃນການວິນິສັຍ ແລະການປິ່ນປົວ. ສິ່ງນີ້ ສາມາດກະທົບກະເທືອນ ຕໍ່ການພັດທະນາທາງຮ່າງກາຍ ແລະຈິດໃຈ ຂອງເຂົາເຈົ້າ.

Oct 08, 20246 min

ການດູແລຜູ້ສູງອາຍຸຢູ່ເຮືອນ.

ຜູ້ສູງອາຍຸຊາວອອສເຕຣເລັຍ ຫລາຍກວ່າ 68 ພັນຄົນ ທີ່ລົງຊື່ລໍຖ້າ-ຂາດການດູແລທີ່ສໍາຄັນ ໃນເວລາທີ່ເຂົາເຈົ້າ ຕ້ອງການຫລາຍທີ່ສຸດ. ຜູ້ສູງອາຍຸຊາວອອສເຕຣເລັຍ ໄດ້ຮັບຄໍາສັນຍາວ່າ ຈະໄດ້ຮັບການ ສນັບສນູນ ຫລາຍກວ່າເກົ່າຢູ່ໃນເຮືອນ, ຫລັງຈາກຣັຖບານກາງ ໄດ້ປະກາດ ເຖິງການປະຕິຮູບ ການດູແລຜູ້ສູງອາຍຸ ໃນອາທິດຜ່ານມາ.

Oct 03, 202411 min

ການເລືອກປະຕິບັດດ້ານອາຍຸໃນອອສເຕຣເລັຍ

ການເລືອກປະຕິບັດດ້ານອາຍຸ (Age Discrimination Commissioner) ຍັງມີໃຫ້ເຫັນຢູ່ທົ່ວໄປໃນອອສເຕຣເລັຍ. ມີການຮຽກຮ້ອງ ໃຫ້ຣັຖບານຈັດຕັ້ງ ວັນຮັບຮູ້ເລື່ອງການຈໍາແນກອາຍຸ (Ageism Awareness Day) ຢ່າງເປັນທາງການ ເພາະພາຍໃນ 20 ປີ, ຈໍານວນປະຊາກອນຜູ້ສູງອາຍຸ ຂອງອອສເຕຣເລັຍ ທີ່ມີອາຍຸສູງກວ່າ 65 ປີ ຈະມີປະມານ 9ລ້ານຄົນ, ຫຼືປະມານສອງເທົ່າ ຂອງປະຈຸບັນ.

Oct 02, 20248 min

ຄວາມກົດດັນ ເລື່ອງການເຊົ່າເຮືອນ

ຊາວອອສເຕຣເລັຍຫລາຍຄົນ ທີ່ໄດ້ຮັບເງິນຊ່ອຍເຫລືອຈາກ Centrelink ໃນຕອນນີ້ ກຳລັງປະເຊີນກັບຄວາມກົດດັນ ເລື່ອງການເຊົ່າເຮືອນ ທີ່ຮ້າຍແຮງ ຫຼືບໍ່ສາມາດຈ່າຍຄ່າເຊົ່າໄດ້ ແມ່ນແຕ່ຜູ້ທີ່ເຮັດວຽກເຕັມເວລາ ແລະໄດ້ຄ່າແຮງຂັ້ນຕ່ຳ ກໍຍັງຈະມີປັນຫາແບບດຽວກັນ. ລາຍງານໃຫມ່ ອະທິບາຍວ່າ ບັນຫານີ້ ສ່ວນຫລາຍຖືກຂັບເຄື່ອນໂດຍ ການເພີ່ມຂຶ້ນຂອງຄ່າເຊົ່າເຮືອນ ແລະການຂັບໄລ່ ທີ່ບໍ່ມີເຫດຜົນ (No-Grounds Evictions) ແລະກໍາລັງຮຽກຮ້ອງ ໃຫ້ມີການປະຕິຮູບຢ່າງຮີບດ່ວນ.

Oct 02, 202410 min

Understanding shared housing in Australia - ທຳຄວາມເຂົ້າໃຈ ກ່ຽວກັບເຮືອນທີ່ອາສັຍຮ່ວມກັນ ໃນອອສເຕຣເລັຍ

Shared housing is becoming increasingly popular in Australia, as more people look to reduce rental costs. So, what key factors should you consider when searching for shared accommodation, and how can you avoid potential scams? - ເຮືອນທີ່ອາສັຍຮ່ວມກັນ (Shared housing) ກໍາລັງກາຍເປັນທີ່ນິຍົມຫລາຍຂຶ້ນ ໃນອອສເຕຣເລັຍ ເພາະຫລາຍຄົນ ຢາກປະຢັດຄ່າເຊົ່າ.ດັ່ງນັ້ນປັດຈັຍສໍາຄັນອັນໃດ ທີ່ທ່ານຄວນພິຈາຣະນາ ເມື່ອຊອກຫາບ່ອນເຊົ່າ ແລະທ່ານຈະຫຼີກລ່ຽງ ການສໍ້ໂກງ ທີ່ອາດເກີດຂຶ້ນໄດ້ແນວໃດ?

Oct 02, 202410 min

Why is dental health care expensive in Australia? - ເປັນຫຍັງ ການດູແລສຸຂະພາບແຂ້ວ ຈຶ່ງມີລາຄາແພງ ໃນອອສເຕຣເລັຍ?

Understanding how dental care works in Australia can be crucial for maintaining your health and well-being. Learn how to access dental services, the costs involved, and some essential dental health tips to keep you and your family smile bright. - ການທຳຄວາມເຂົ້າໃຈ ການດູແລສຸຂະພາບແຂ້ວ ໃນອອສເຕຣເລັຍ ສໍາຄັນຕໍ່ການຮັກສາສຸຂະພາບ ແລະຄວາມເປັນຢູ່ທີ່ດີຂອງທ່ານ. ຮຽນຮູ້ວິທີ ເຂົ້າເຖິງການບໍຣິການ ສຸຂະພາບແຂ້ວ, ຄ່າໃຊ້ຈ່າຍ ທີ່ກ່ຽວຂ້ອງແລະຄໍາແນະນໍາ ດ້ານສຸຂະພາບແຂ້ວ ທີ່ຈໍາເປັນບາງຢ່າງ ເພື່ອເຮັດໃຫ້ທ່ານ ແລະຄອບຄົວຂອງທ່ານ ຍິ້ມ...

Sep 24, 202413 min

ການປ່ຽນແແປງໃນການດູແລ ຜູ້ສູງອາຍຸ

ການປ່ຽນແປງໃນການດູແລຜູ້ສູງອາຍຸ ໄດ້ເປັນທີ່ເຫັນພ້ອມຈາກພັກຝ່າຍຄ້ານ ຊຶ່ງກ່າວວ່າ ລາຄາທີ່ສູງກວ່ານັ້ນ ແມ່ນກຸ້ມຄ່າ, ແລະເຊື່ອວ່າ ມັນຈະປັບປຸງພາກສ່ວນນີ້. ການປ່ຽນແປງໂດຍພື້ນຖານກໍຄື ຊາວອອສເຕຣເລັຍທີ່ຮັ່ງມີກວ່າ ຈະຈ່າຍຫລາຍຂຶ້ນ ສໍາລັບການດູແລ. ແຕ່ກໍຍັງມີປັນຫາກ່ຽວກັບການຫາພນັກງານທີ່ຈະເຮັດໜ້າທີ່ເຫຼົ່ານີ້ ເຖິງແມ່ນຈະມີການຈັດຫາເງິນຊ່ອຍເຫຼືອເພີ່ມຕື່ມກໍຕາມ.

Sep 24, 20248 min

ການຂົ່ມເຫັງທາງຈິດໃຈ ເດັກນ້ອຍ

ການຂົ່ມເຫັງທາງຈິດໃຈເດັກນ້ອຍ ໃນອອສເຕຣເລັຍ ເພີ່ມຂຶ້ນຫລາຍກວ່າທີ່ຜ່ານມາ ແຕ່ມີພຽງແຕ່ເຄິ່ງຫນຶ່ງ ຂອງຊາວອອສເຕຣເລັຍເທົ່ານັ້ນ ທີ່ຈະລາຍງານກ່ຽວກັບເລື້ອງນີ້. ຜູ້ຊ່ຽວຊານກ່າວວ່າ ຄົນທີ່ເຄີຍປະສົບກັບການຂົ່ມເຫັງທາງຈິດໃຈ ໂດຍສະເພາະ ສ່ວນຫລາຍຈະປະສົບກັບຄວາມຊຶມເສົ້າ, PTSD, ຄວາມວິຕົກກັງວົນ, ທໍາຮ້າຍຕົວເອງ ແລະການໃຊ້ຢາເສບຕິດ ຕລອດຊີວິດ. ນອກນັ້ນ ຜົນກະທົບຂອງ ການຂົ່ມເຫັງທາງຈິດໃຈ ມີຜົນກະທົບ ຄ້າຍຄືກັນກັບ ການເຫັງທາງເພດ.

Sep 24, 20248 min

ວິທີໃໝ່ໃນການລະບຸມະເຮັງຜິວຫນັງ

ແຜ່ນແປະເຂັມຂນາດນ້ອຍ (Micro-needle Patch) ໄດ້ຖືກພັດທະນາ ເພື່ອຮວບຮວມຈຸລັງ ແລະແພຈຸລັງ ໃນການວິນິດສັຍ ໂຣກມະເຮັງ ທີ່ບໍ່ມີຄວາມເຈັບປວດ, ບໍ່ມີເລືອດ, ບໍ່ມີການຕັດຜິວໜັງ ແລະໃຊ້ເວລາບໍ່ເຖິງນຶ່ງນາທີ. ແຕ່ຕອນນີ້ ຍັງຈະຕ້ອງມີການຄົ້ນຄວ້າເພີ່ມຕື່ມອີກ.

Sep 18, 20247 min

Good reasons to observe the pedestrian road rules - ເຫດຜົນທີ່ດີ ທີ່ຈະປະຕິບັດຕາມກົດລະບຽບ ຂອງເສັ້ນທາງຍ່າງ

Every day, pedestrians across Australia break the law without knowing it. This can result penalties and occasionally accidents. Stay safe and avoid an unexpected fine by familiarising yourself with some of Australia’s common pedestrian laws. - ທຸກໆມື້, ຄົນຍ່າງຖນົນທົ່ວອອສເຕຣເລັຍ ຝ່າຝືນກົດຫມາຍ ໂດຍບໍ່ຮູ້ໂຕ. ສິ່ງນີ້ ອາດກໍ່ໃຫ້ເກີດການລົງໂທດ ແລະອຸບັດຕິເຫດ ໃນບາງຄັ້ງ. ຈົ່ງຮັກສາຄວາມປອດພັຍ ແລະຫລີກເວັ້ນຈາກການລົງໂທດ ທີ່ຄາດບໍ່ເຖິງ, ແລະເປັນຫຍັງ ມັນຈຶ່ງສໍາຄັນ ທີ່ຈະທຳຄວາມຄຸ້ນເຄີຍ ກັບກົດຫມາຍທົ່ວໄປ ຂອງຄົນຍ່າງຖນົນ ...

Sep 18, 202410 min

ການລອບສັງຫານ Trump ເທື່ອທີສອງ.

ການລອບສັງຫານ Donald Trump ເທື່ອທໍາອິດໄດ້ເກີດຂຶ້ນໃນວັນທີ 13 ເດືອນກໍລະກົດ, ໃນລະຫວ່າງການຫາສຽງ ທີ່ເມືອງ Butler, ຣັດ Pennsylvania. ໃນວັນອາທິດ, ຄວາມພະຍາຍາມຄັ້ງທີສອງ ໄດ້ເກີດຂຶ້ນ ຢູ່ສນາມ Golfຂອງອະດີດປະທານາທິບໍດີ ໃນຣັດ Florida. ທາງຣັຖບານກ່າວວ່າ ຈະໃຫ້ຊັບພະຍາກອນທຸກຢ່າງແກ່ໜ່ວຍສືບຣາຊການລັບ (the Secret Service) ກ່ຽວກັບເລື້ອງນີ້.

Sep 18, 20248 min

ວັນສັນຊາດ ອອສເຕຣເລັຍ.

ເຖິງແມ່ນວ່າກົດໝາຍກ່ຽວກັບ ສັນຊາດ ແລະພົນລະເມືອງຂອງ ອອສເຕຣເລັຍ ໄດ້ຖືກປະກາດໃຊ້ ຕັ້ງແຕ່ປີ 1949, ແຕ່ການປ່ຽນແປງ ໄດ້ເປັນໄປຢ່າງຊ້າຫຼາຍ ເພາະແມ່ນໃນປີ 1967 ເທົ່ານັ້ນ ທີ່ເອກະສານ ຫນັງສືຜ່ານແດນ ຂອງອອສເຕຣເລັຍ ຈຶ່ງໄດ້ຖືກເອີ້ນວ່າ ຫນັງສືຜ່ານແດນ ຂອງອອສເຕຣເລັຍ. ໃນແຕ່ລະປີມີ ພົນລະເມືອງ ອອສເຕຣເລັຍ ໃໝ່ລາຍພັນຫຼາຍໝື່ນຄົນ, ແຕ່ກໍຍັງມີອີກຫຼາຍທີ່ລໍຖ້າການໄດ້ຮັບສັນຊາດຢູ່.

Sep 18, 20246 min

ມາດຕະການປ້ອງກັນການຫຼິ້ນພະນັນ

ລາຍງານ ຂອງສະຖາບັນ Grattan ພົບວ່າ ຊາວອອສເຕຣເລັຍ ຕິດການພະນັນສູງ ແລະມີການສູນເສັຍ ປະຈໍາປີປະມານ 1600 ໂດລາ ຕໍ່ຜູ້ໃຫຍ່ນຶ່ງຄົນ ($1635) ແລະເຄື່ອງ Poker machines ເປັນສາເຫດດຽວ ຂອງການສູນເສັຍທີ່ໃຫຍ່ທີ່ສຸດ.

Sep 10, 20248 min

ການໃຊ້ໂທຣະສັບມືຖື ກັບໂຣກມະເລັງໃນສມອງ

ມີການຢືນຢັນຈາກການຄົ້ນຄວ້າກ່ຽວກັບການໃຊ໊ໂທຣະສັບມືຖື ແລະມະເລັງ. ນັກຄົ້ນຄວ້າກ່າວວ່າ ການສຶກສານີ້ ເປັນຫລັກຖານທີ່ຫນັກແຫນ້ນ ທີ່ສຸດ ຈົນເຖິງປະຈຸບັນວ່າ ຄື້ນວິທະຍຸຈາກເທັກໂນໂລຈີໄຮ້ສາຍ (Wireless Technologies) ບໍ່ເປັນອັນຕະຣາຍຕໍ່ມະນຸດ.

Sep 10, 20245 min

What are the unwritten rules in the Australian workplace? - ກົດລະບຽບທີ່ບໍ່ໄດ້ຂຽນໄວ້ ໃນບ່ອນເຮັດວຽກຂອງອອສເຕຣເລັຍ ແມ່ນຫຍັງ?

In Australia, workplace codes of conduct differ from company to company, but some standard unwritten rules are generally followed in most businesses and industries. There are also a few unspoken rules in the Australian workplace that can evolve into a set of social norms. Here is how to navigate and familiarise yourself with these unwritten rules when starting a new job. - ໃນອອສເຕຣເລັຍ ກົດລະບຽບການປະພຶດ (ຈັນຍາບັນ) ຢູ່ບ່ອນເຮັດວຽກແຕກຕ່າງກັນ ໃນແຕ່ລະບໍຣິສັດ. ແຕ່ໂດຍທົ່ວໄປແລ້ວ ຈະມີການປະຕິບັດຕາມກົດລະບຽບ...

Sep 10, 202412 min

ຜູ້ຍິງອົບພະຍົບ ກັບການລ່ວງລະເມີດທາງເພດ ໃນບ່ອນເຮັດວຽກ

ລາຍງານໃຫມ່ພົບວ່າ ເກືອບເຄິ່ງຫນຶ່ງ ຂອງຜູ້ຍິງອົບພະຍົບ ແລະຜູ້ຍົກຍ້າຍຖິ່ນຖານ ຫລາຍກວ່າ 850 ຄົນ ທີ່ສໍາຫລວດ ລາຍງານວ່າ ໄດ້ປະສົບກັບການລ່ວງລະເມີດທາງເພດ ຢູ່ບ່ອນເຮັດວຽກ ໃນຫ້າປີທີ່ຜ່ານມາ. ການລ່ວງລະເມີດມາໃນຫຼາຍຮູບແບບ. ຜູ້ຍິງໄດ້ບອກວ່າ ປະສົບການເຫລົ່ານີ້ ມັກຈະມາພ້ອມ ກັບການເລືອກປະຕິບັດ (Discrimination) ຫລືການສແວງຫາຜົນປໂຍດ (Exploitation) ຢູ່ບ່ອນເຮັດວຽກ, ຮວມທັງການຢຽດເຊື້ອຊາດ (Racism).

Sep 10, 202412 min

ການຖືກເລືອກປະຕິບັດຕອນເປັນໂຣກມະເຮັງ

ມູນນິທິມະເລັງເລືອດຂາວ (The Leukaemia Foundation) ໄດ້ເຜີຍແພ່ຜົນການສໍາຫລວດ ທີ່ພົບວ່າ ເຈັດໃນ 10 ຄົນ ຂອງອອສເຕຣເລັຍ ເປັນຫ່ວງວ່າ ປັດຈັຍຕ່າງໆເຊັ່ນ ບ່ອນທີ່ເຂົາເຈົ້າອາສັຍຢູ່, ອາຍຸ, ເພດ, ແນວໂນ້ມທາງເພດ, ລາຍໄດ້, ຫລືແມ່ນແຕ່ ພາສາທີ່ເວົ້າຢູ່ໃນບ້ານ ກໍສາມາດສົ່ງຜົນ ຕໍ່ການປິ່ນປົວທີ່ເຂົາເຈົ້າໄດ້ຮັບ ຖ້າຫາກຖືກພົບເຫັນວ່າ ເປັນໂຣກມະເລັງ.

Sep 04, 20249 min

ຢາປິ່ນປົວໂຣກສມອງເສື່ອມ.

ອອສເຕຣເລັຍກຳລັງພິຈາຣະນາ ຢາປິ່ນປົວໂຣກສມອງເສື່ອມ ທີ່ຖືກຄົ້ນພົບໃໝ່ ແລະໄດ້ຖືກນຳໃຊ້ແລ້ວໃນຫຼາຍປະເທດ. ຯຕ່ລາຄາຂອງຢານີ້ແພງຫຼາຍ, ແຕ່ນັກວິຊາການກ່າວວ່າ ມັນກໍມີສາເຫດທີ່ລາຄາແພງ.

Sep 04, 20249 min

ຜົນການທົດສອບເທື່ອສຸດທ້າຍ ຂອງ NAPLAN

ທຸກໆປີ, ນັກຮຽນທົ່ວອອສເຕຣເລັຍ ຈະສອບເສັງ NAPLAN, ຊຶ່ງວັດແທກ ຄວາມຊໍານານໃນການຮູ້ໜັງສື (Literacy) ແລະການຄິດໄລ່ (Numeracy). ປີນີ້, ນັກຮຽນຫລາຍກວ່າ 1.3 ລ້ານຄົນ ຈາກຫລາຍກວ່າເກົ້າພັນໂຮງຮຽນ (9431) ຂອງປີ ສາມ, ຫ້າ, ເຈັດ ແລະເກົ້າ ໄດ້ເຂົ້າສອບເສັງ. ບັດນີ້ລາຍງານຂອງ NAPLAN ໄດ້ອອກແລ້ວ, ແລະເປີດເຜີຍວ່ານັກຮຽນ ນຶ່ງໃນສາມຄົນ ໄດ້ຄະແນນຕ່ຳກວ່າມາດຕະຖານຂອງປະເທດ.

Sep 04, 20247 min

How to protect your home from Australia’s common pests - ປົກປ້ອງເຮືອນຂອງທ່ານ ຈາກສັດແລະແມງຕ່າງໆ ໃນອອສເຕຣເລັຍ.

Cold weather does not mean a pest-free home. Some pests, like termites, remain active all-year round and winter is peak season for mice and rats preferring your house instead of outdoors. Bed bugs and cockroaches are also on the list of invaders to look out for. Infestations have wide-ranging consequences, including hygiene risks and even home devaluation. Learn how to prevent, identify, and deal with them. - ອາກາດຫນາວ ບໍ່ໄດ້ຫມາຍຄວາມວ່າ ບ້ານເຮືອນຂອງທ່ານ ຈະປາດສະຈາກສັດແລະແມງໄມ້. ສັດແລະແມງໄມ້ ບາງຊະ...

Sep 04, 202411 min

ມີການຮຽກຮ້ອງ ໃຫ້ຫ້າມໂຄສະນາການພະນັນທັງໝົດ.

ສະພາຊຸມຊົນຫຼາຍວັດທະນະທັມ (The Multicultura lCommunities Council-MCC) ຂອງ New South Wales ກ່າວວ່າ ຜູ້ຄົນທີ່ແຕກຕ່າງທາງວັດທະນະທັມ ແລະພາສາ ມີຄວາມສ່ຽງເປັນພິເສດ, ແລະບໍ່ມີຫຍັງຫນ້ອຍກວ່າ ການສັ່ງຫ້າມທັງໝົດເທົ່ານັ້ນ ຈຶ່ງເປັນທີ່ຍອມຮັບໄດ້. ແຕທາງ ຣັຖບານຍັງບໍ່ໄດ້ປະຕິບັດຕາມຄຳແນະນຳຂອງຜູ້ແທນຂອງພັກຕົນເອງ.

Aug 27, 20247 min

Embracing the wisdom of traditional Indigenous medicine - ຮັບເອົາພູມປັນຍາ ຂອງການປິ່ນປົວແບບດັ້ງເດີມຂອງຊາວພື້ນເມືອງ

Understanding and respecting Indigenous knowledge of medicine may be the key to providing more holistic and culturally sensitive care in today's healthcare setting. - ການເຂົ້າໃຈ ແລະຄວາມເຄົາຣົບ ຄວາມຮູ້ດ້ານການແພດ ຂອງຊາວພື້ນເມືອງ ອາດເປັນຈຸດສໍາຄັນ ໃນການໃຫ້ການດູແລ ແບບຮອບດ້ານ ແລະມີຄວາມເຂົ້າໃຈ ທາງວັດທະນະທັມ ໃນການດູແລສຸຂະພາບ ໃນປະຈຸບັນ.

Aug 27, 202413 min

ສາຍພັນໃຫມ່ຂອງ mpox ຫຼື monkeypox ຫຼືໝາກສຸກລີງ.

ນອກຈາກ ບາງປະເທດໃນ Africa ແລ້ວ, ຍັງ ມີລາຍງານຜູ້ປ່ວຍໃຫມ່ ຈາກ mpox ໃນ Pakistan ຫຼັງຈາກມີລາຍງານ ຈາກສະວີເດັນ. ອົງການອະນາມັຍໂລກ (World Health Organisation) ໄດ້ປະກາດການແຜ່ຂຍາຍຢ່າງໄວ ຂອງສາຍພັນ Clade 1b ວ່າເປັນເລື່ອງສຸກເສີນດ້ານສາທາຣະນະສຸກນາໆຊາດ, ຊຶ່ງເປັນລະດັບການແຈ້ງເຕືອນສູງສຸດ.

Aug 27, 20247 min

ອາຫານເດັກ ໃນອອສເຕຣເລັຍ ບໍ່ຜ່ານມາດຕະຖານຂອງ WHO.

ບໍຣິສັດອາຫານເດັກຫລາຍແຫ່ງ ຕິດປ້າຍຜລິດຕະພັນຂອງເຂົາເຈົ້າ ທີ່ບໍ່ແມ່ນຄວາມຈິງ, ເຮັດໃຫ້ພໍ່ແມ່ ແລະຜູ້ດູແລເຊື່ອວ່າ ມັນດີຕໍ່ສຸຂະພາບຂອງເດັກ. ການຄົ້ນຄວ້າໃຫມ່ ໂດຍ George Institute for Global Health ໄດ້ເປີດເຜີຍ ຈໍານວນທີ່ໜ້າຕົກໃຈ ໃນການອ້າງ ທີ່ບໍ່ມີການຄວບຄຸມຂອງຜລິດພັນອາຫານເດັກນ້ອຍທົ່ວປະເທດ ທີ່ເຮັດໃຫ້ພໍ່ແມ່ ເຊື່ອວ່າຜລິດພັນ ທີ່ເຕັມໄປດ້ວຍນ້ຳຕານເຫລົ່ານີ້ ດີຕໍ່ສຸຂະພາບ.

Aug 27, 20249 min

ການຂຶ້ນຄ່າແຮງຂອງພະນັກງານດູແລເດັກ.

ພະນັກງານດູແລເດັກ ຈະໄດ້ຮັບເງິນເພີ່ມຕື່ມ 103 ໂດລາຕໍ່ອາທິດ ຕັ້ງແຕ່ເດືອນທັນວາ, ຈາກນັ້ນ ຈະເພີ່ມອີກ 155 ໂດລາຕໍ່ອາທິດ ຕັ້ງແຕ່ເດືອນທັນວາ ປີ 2025. ແຕ່ຝ່າຍຄ້ານກ່າວວ່າ ພວກເຂົາເຈົ້າ ສນັບສນູນການຂຶ້ນຄ່າແຮງ ແຕ່ກໍກ່າວຕິຕຽນຣັຖບານ Albanese ສໍາຫລັບອັດຕາເງິນເຟີ້ທີ່ເພີ້ມຂຶ້ນ.

Aug 20, 202410 min
For the best experience, listen in Metacast app for iOS or Android