SBS Lao - SBS ພາ​ສາ​ລາວ - podcast cover

SBS Lao - SBS ພາ​ສາ​ລາວ

Independent news and stories from SBS Audio, connecting you to life in Australia and Lao-speaking Australians. - ຂ່າວທີ່ມີອິສຣະພາບແລະເຣື່ອງທີ່ເອົາທ່ານໃສ່ຊີວິດໃນອອສເຕຼເລັຍແລະຄົນອອສເຕຼລຽນທີປາກພາສລາວ.
Last refreshed:
Follow this podcast in the Metacast mobile app to refresh it and see new episodes.
Download Metacast podcast app
Podcasts are better in Metacast mobile app
Don't just listen to podcasts. Learn from them with transcripts, summaries, and chapters for every episode. Skim, search, and bookmark insights. Learn more

Episodes

Navigating the implicit right to protest in Australia - ການໃຊ້ສິດ ໃນການປະທ້ວງໃນອອສເຕຣເລັຍ.

Every week, impassioned Australians take to the streets, raising their voices in protest on important issues. Protesting is not an offence, but protesters sometimes test the limits of the law with extreme and antisocial behaviour. The chance of running into trouble depends on where you’re protesting and how you behave. - ທຸກໆອາທິດ, ຊາວອອສເຕຣເລັຍ ທີ່ມີຄວາມບໍ່ພໍໃຈ ພາກັນອອກໄປຕາມຖນົນຫົນທາງ ພ້ອມທັງສົ່ງສຽງ ໃນການປະທ້ວງ ກ່ຽວກັບປະເດັນຕ່າງໆ. ການປະທ້ວງ ແມ່ນບໍ່ຜິດກົດຫມາຍ ແຕ່ບາງຄັ້ງ ພວກປະທ້ວງ ອາດຈະເຮັດເກີນຂອ...

Apr 24, 202411 min

ກໍຣະນີໂຣກໝາກສຸກໃນ ອອສເຕຣເລັຍ

ໂຣກໝາກສຸກ ແມ່ນໂຣກທີ່ຕິດຕໍ່ໄດ້ໄວທີ່ສຸດ. ເຖິງແມ່ນວ່າ ກໍຣະນີຂອງ ຈະເກືອບບໍ່ມີໃນ ອອສເຕຣເລັຍ, ແຕ່ໂຣກນີ້ກໍສາມາດຖືກນຳເຂົ້າມາຈາກຕ່າງປະເທດ. ແຕ່ການສັກວັກຊີນປ້ອງກັນແມ່ນວິທີທີ່ດີທີ່ສຸດໃນການ ກຳຈັດໂຣກນີ້.

Apr 09, 20247 min

Blue-blocker ໃນແວ່ນຕາຈະສາມາດແກ້ປັນຫາເລື້ອງປວດເມື່ອຍຕາບໍ່?

ອາການເມື່ອຍທາງສາຍຕາ ຈາກການຢູ່ຫນ້າຈໍ ເປັນເວລານານ ກຳລັງເປັນບັນຫາ ທີ່ເພີ່ມຂຶ້ນ. ອາການເຫຼົ່ານັ້ນ ອາດລວມເຖິງ ການເມື່ອຍຕາ, ແສບຕາ, ຫຼື້ເຄືອງຕາ. ແສງສີຟ້າ (Blue Light) ໄດ້ຖືກຫາວ່າເປັນຕົ້ນເຫດ ຂອງການເພີ່ມຂຶ້ນຂອງກໍຣະນີ ການປວດແສບສາຍຕາ. Blue-blocker ໃນແວ່ນຕາຈະສາມາດແກ້ປັນຫາເລື້ອງປວດເມື່ອຍຕາບໍ່?

Apr 09, 20245 min

ວັກຊີນໄຂ້ຫວັດ ທີ່ໃຊ້ຈຸລັງ ໄດ້ຖືກນຳໃຊ້ແລ້ວ.

ໃນຂນະທີ່ ລະດູໄຂ້ຫວັດໃນປີນີ້ ກໍາລັງມາຮອດ, ຢາວັກຊີນໄຂ້ຫວັດໃຫຍ່ໃໝ່ ທີ່ໃຊ້ຈຸລັງ (Cell-based) ໄດ້ຖືກນຳໃຊ້ ສໍາລັບລະບົບສຸຂະພາບ ທີ່ໄດ້ຮັບທຶນ ຈາກສາທາຣະນະ ຂອງອອສເຕຣເລັຍ ຫລັງຈາກໄດ້ ຢູ່ໃນຕລາດເອກກະຊົນ ຕັ້ງແຕ່ປີ 2021. ພວກນັກຊ່ຽວຊານກ່າວວ່າ ສູດໃຫມ່ນີ້ ໄດ້ຖືກອອກແບບ ເພື່ອໃຫ້ກົງກັບສາຍພັນໄຂ້ຫວັດໃຫຍ່ ທີ່ແຜ່ລາມໄປທົ່ວໂລກ ຫຼາຍຂຶ້ນ.

Apr 09, 20246 min

Understanding bankruptcy and its consequences in Australia - ເຂົ້າໃຈການລົ້ມລະລາຍ ແລະ ຜົນກະທົບຂອງມັນໃນອອສເຕຣເລັຍ.

Bankruptcy can be complicated for many people, as it can bring about feelings of financial shame and stigma. However, it may be the only way to alleviate financial distress in some cases. If you struggle to manage your debts, filing for bankruptcy could be an option. - ການລົ້ມລະລາຍ ອາດມີຄວາມຊັບຊ້ອນ ສໍາລັບຫຼາຍຄົນ ເພາະມັນສາມາດນໍາມາ ເຊິ່ງຄວາມຮູ້ສຶກຂອງຄວາມອັບອາຍ ແລະຄວາມເສື່ອມເສັຍ ທາງດ້ານການເງິນ. ເຖິງຢ່າງໃດກໍຕາມ, ອາດຈະເປັນວິທີດຽວ ທີ່ຈະຫຼຸດຜ່ອນ ຄວາມເດືອດຮ້ອນທາງດ້ານການເງິນ ໃນບາງກໍລະນີ. ຖ້າທ່ານ ມີປັນຫາໃ...

Apr 09, 202412 min

ປັນຫາອາຫານເສີມ ໃນປະເທດຍີ່ປຸ່ນ

ອາຫານເສີມເພື່ອສຸຂະພາບ ທີ່ຜລິດໃນປະເທດຍີ່ປຸ່ນ ທີ່ມີສ່ວນປະກອບຂອງເຂົ້າທີ່ມີເຊື້ອແປ້ງແດງ (Red Yeast) ແມ່ນມີສ່ວນ ກ່ຽວກັບການເສັຍຊີວິດ ແລະການເຂົ້າໂຮງຫມໍ. ມັນໄດ້ເຮັດ ໃຫ້ມີການເອີ້ນຄືນຜລິດຕະພັນ ໃນປະເທດຍີ່ປຸ່ນ ແລະຕ່າງປະເທດ.

Apr 02, 20247 min

ການໃຊ້ Opioids ຕາມໃບສັ່ງແພດ (Prescription) ໃນອອສເຕຣເລັຍ.

Opioids ແມ່ນຢາແກ້ປວດປະເພດນຶ່ງ ຊຶ່ງຜລິດມາຈາກ ຫຼືຄ້າຍຄື ສານທໍາມະຊາດທີ່ພົບໃນຕົ້ນຝິ່ນ (Opium poppy). Opioids ທີ່ຖືກສັ່ງໂດຍນາຍໝໍ ເພື່ອຮັກສາອາການປວດປານກາງ ເຖິງຂັ້ນຮຸນແຮງ. ແຕ່ກໍຍັງອາດມີຄວາມສ່ຽງ ແລະຜົນຂ້າງຄຽງທີ່ຮ້າຍແຮງ. Opioids ປະເພດທົ່ວໄປແມ່ນ oxycodone (OxyContin), hydrocodone (Vicodin), morphine, ແລະ methadone. ໃນອອສເຕຣເລັຍ, ການໃຊ້ Opioids ຕາມໃບສັ່ງແພດ (Prescription) ໃນທາງທີ່ຜິດ ໄດ້ເປັນບັນຫາມາດົນແລ້ວ. ໃນຈຸດຫນຶ່ງ, ອອສເຕຣເລັຍ ໄດ້ບັນທຶກການບໍຣິໂພກ ຕໍ່ຫົວທີ່ສູງສຸດເປັນອັນດັບເກົ້າຂອງໂລກ.

Apr 02, 20249 min

ການເຂົ້າເຖິງການຂົນສົ່ງສາທາຣະນະ ສໍາລັບຄົນພິການອອສເຕຣເລັຍ

ມາດຕະຖານການຂົນສົ່ງ ສາທາຣະນະ ຂອງອອສເຕຣເລັຍ ຖືກກໍານົດໃຫ້ໄດ້ຮັບການປັບປຸງ ທີ່ສໍາຄັນຄັ້ງທໍາອິດ ໃນຮອບ 20 ປີ, ເພື່ອປັບປຸງການເຂົ້າເຖິງ ສໍາລັບຄົນພິການ. ພວກສນັບສນຸນກ່າວວ່າ ການປ່ຽນແປງມາຖືກທາງແລ້ວ, ແຕ່ຢາກໃຫ້ມີການຮັບຮອງວ່າ ພວກເຂົາເຈົ້າ ຈະໄດ້ຮັບການຮັບຮອງ ຢ່າງມີປະສິດທິພາບ ແລະປະສິດທິຜົນ.

Apr 02, 20247 min

ປອກແຂນຕິດຕາມ ແລະຜູ້ເຮັດຜິດເຍົາວະຊົນ.

ປອກແຂນຕິດຕາມເອເລັກໂຕຼນິກ (Electronic monitoring bracelets)ຈະຖືກນໍາໃຊ້ ກັບເຍົາວະຊົນ ທີ່ຖືກຕັ້ງຂໍ້ຫາຮ້າຍແຮງ ໃນຣັດວິກຕໍເຣັຍ ເພື່ອພະຍາຍາມໃຫ້ແນ່ໃຈວ່າ ພວກເຂົາປະຕິບັດຕາມເງື່ອນໄຂການປະກັນຕົວ. ແຕ່ກໍມີຜູ້ບໍ່ເຫັນດີນຳ ດ້ວຍເຫດຜົນຕ່າງໆ.

Apr 02, 202410 min

The importance of understanding cultural diversity among Indigenous peoples - ຄວາມສໍາຄັນ ຂອງການເຂົ້າໃຈຄວາມຫຼາກຫຼາຍ ທາງວັດທະນະທັມ ໃນບັນດາຊົນເຜົ່າພື້ນເມືອງ.

Understanding the diversity within the First Nations of Australia is crucial when engaging with Aboriginal and Torres Strait Islander peoples and building meaningful relationships. - ຄວາມເຂົ້າໃຈ ຄວາມແຕກຕ່າງພາຍໃນ First Nations ຂອງອອສເຕຣເລັຍແມ່ນສິ່ງສໍາຄັນ ເມື່ອມີສ່ວນຮ່ວມ ກັບຊາວພື້ນເມືອງ ແລະ Torres Strait Islander ແລະການສ້າງ ຄວາມສໍາພັນທີ່ມີຄວາມຫມາຍ.

Mar 26, 202411 min

ຄວາມບາດໝາງລະຫວ່າງ Donald Trump ແລະ Kevin Rudd.

ອະນາຄົດ ຂອງເອກອັຄຣັຖທູດ ອອສເຕຣເລັຍ ປະຈໍາສະຫະຣັດອາເມຣິກາ ໄດ້ຖືກຕັ້ງຄຳຖາມ-ຫຼັງຈາກທີ່ອະດີດປະທານາທິບໍດີ Trump ໄດ້ກ່າວກ່ຽວກັບທ່ານ Kevin Rudd. ທາງຣັຖບານ ອອສເຕຣເລັຍ ຍັງຢືນຢັນວ່າ ທ່ານ Kevin Rudd ຍັງຈະດຳລົງຕຳແໜ່ງຢູ່ ບໍ່ວ່າໃຜຈະໄດ້ຖືກເລືອກຕັ້ງ ເປັນປະທານາທິບໍດີ ອຳເມຣິກາກໍຕາມ.

Mar 21, 20247 min

ການຂາດທີ່ພັກອາສັຍຂອງຊາວຫນຸ່ມ.

ການວິຈັຍໃຫມ່ກ່ຽວກັບ ການຂາດທີ່ພັກອາສັຍ ຂອງຊາວໜຸ່ມ ສະແດງໃຫ້ເຫັນວ່າ ຫຼາຍຫມື່ນຄົນ ກໍາລັງສແວງຫາການຊ່ວຍເຫຼືອພຽງຢ່າງດຽວ, ແຕ່ຍັງດີ້ນລົນ ທີ່ຈະຊອກຫາການແກ້ໄຂ ຕໍ່ສະຖານະການຂອງເຂົາເຈົ້າ ໃນໄລຍະຍາວ.

Mar 20, 20246 min

How to prepare a job application: Tips for success - ການກຽມການສມັກວຽກ: ຄຳແນະນຳເພື່ອຄວາມສຳເລັດ.

When coming across an advertisement for a job that interests you, understanding the subsequent steps is crucial. Preparing the requisite documentation and comprehending the recruiter's expectations will enhance your likelihood of securing that position. - ເມື່ອເຫັນໂຄສະນາ ສໍາລັບວຽກທີ່ທ່ານສົນໃຈ, ການເຂົ້າໃຈຂັ້ນຕອນຕໍ່ໄປ ເປັນສິ່ງສໍາຄັນຫຼາຍ. ການກະກຽມເອກະສານ ທີ່ຈໍາເປັນ ແລະການເຂົ້າໃຈຄວາມຕ້ອງການຂອງນາຍຈ້າງ ຈະເພີ່ມຄວາມເປັນໄປໄດ້ຂອງທ່ານ ໃນການໄດ້ຕໍາແຫນ່ງນັ້ນ.

Mar 19, 202412 min

ຜູ້ຂາດທີ່ຢູ່ອາສັຍ ກັບຄວາມຮ້ອນໃນ ອອສເຕຣເລັຍ.

ຜູ້ຂາດທີ່ຢູ່ອາສັຍ ຈະມີຄວາມສ່ຽງຫຼາຍກວ່າຕໍ່ຄວາມຮ້ອນ. ຕອນນີ້ ໃນອອສເຕຣເລັຍ ມີການສ້າງສູນຄວາມເຢັນ ເພື່ອຊ່ອຍບັນເທົາຄວາມຮ້ອນແກ່ ຜູ້ຂາດທີ່ຢູ່ອາສັຍ ແລະຜູ້ອາສັຍຢູ່ໃນ ເຮືອນພັກສັງຄົມ (Social Housing). ມີຄວາມຫວັງວ່າໂຄງການນີ້ ຈະບໍ່ມີພຽງແຕ່ໃນທົ່ວປະເທດເທົ່ານັ້ນ, ແຕ່ຢູ່ໃນລະດັບສາກົນນຳອີກ.

Mar 12, 20247 min

ການຮັກສາອາການໝົດປະຈຳເດືອນ ໃນອອສເຕຣເລັຍ

ເອກກະສານຊຸດນຶ່ງ ໂດຍນັກຄົ້ນຄວ້າຊາວອອສເຕຣເລັຍ ແນະນໍາວ່າ ການຈັດຕັ້ງທາງການແພດ ອາດໃຊ້ຢາ ໃນການປິ່ນປົວ ການໝົດປະຈຳເດືອນ ຫລາຍເກີນໄປ. ພວກເຂົາເຈົ້າ ຮຽກຮ້ອງໃຫ້ມີຄວາມເຂົ້າໃຈຢ່າງກວ້າງຂວາງ ເຖິງສະພາບການ ທີ່ຊ່ອຍໃຫ້ແມ່ຍິງ ທີ່ກໍາລັງປະສົບກັບວັຍໝົດປະຈຳເດືອນ ສາມາດນຳທາງໄປສູ່ການປ່ຽນແປງໄດ້.

Mar 12, 20248 min

ຄວາມສາມາດໃນການຈ່າຍຄ່າເຊົ່າໃນ ອອສເຕຣເລັຍ.

ອອສເຕຣເລັຍ ກໍາລັງປະເຊີນກັບວິກິດການ ຄວາມສາມາດໃນການຈ່າຍຄ່າເຊົ່າ ທີ່ຮ້າຍແຮງທີ່ສຸດໃນຮອບ 17 ປີ, ດ້ວຍລາຄາເຊົ່າທີ່ສູງຂຶ້ນ ເກີນກວ່າການເຕີບໂຕຂອງລາຍໄດ້ ຊຶ່ງສົ່ງຜົນກະທົບຕໍ່ຄົນນັບລ້ານ.

Mar 12, 20248 min

What are Ramadan and Eid and how are they celebrated in Australia? - Ramadan ແລະ Eid ແມ່ນຫຍັງ ແລະມີການ ສເລີມສລອງແນວໃດໃນອອສເຕຣເລັຍ?

As Muslims in Australia and around the world observe Ramadan, a month-long period of devotion and fasting, in this episode, we explore the religious significance of this holy month. - ເນື່ອງຈາກຊາວມຸສລິມ ໃນອອສເຕຣເລັຍ ແລະທົ່ວໂລກ ປະຕິບັດຣາມາດານ, ຊຶ່ງເປັນເວລາຫນຶ່ງເດືອນ ຂອງການອຸທິດຕົນ ແລະຖືສິນອົດເຂົ້າ, ໃນຕອນນີ້ຂອງ Australia Explained, ພວກເຮົາຄົ້ນຫາຄວາມສໍາຄັນທາງສາສນາຂອງເດືອນສັກສິດນີ້.

Mar 11, 20248 min

ເວລາຢູ່ຫນ້າຈໍ (Screentime) ອາດລົບກວນ ການພັດທະນາພາສາ ໃນເດັກ

ພວກນັກຄົ້ນຄວ້າ ໄດ້ເຕືອນພໍ່ແມ່ ໃຫ້ຮູ້ເຖິງສິ່ງທີ່ເອີ້ນວ່າ 'technoference'-ເມື່ອເວລາຢູ່ກັບຫນ້າຈໍ ຈໍາກັດຄວາມສາມາດ ຂອງເດັກນ້ອຍ ໃນການເວົ້າລົມ, ພົວພັນ ແລະພັດທະນາທັກສະໃຫມ່ ອີງຕາມການສຶກສາທໍາອິດ ຂອງອອສເຕຣເລັຍ ທີ່ພົບວ່າ ເດັກອາຍຸສາມປີໂດຍທົ່ວໄປ ສາມາດໃຊ້ເວລາສາມຊົ່ວໂມງ ຕໍ່ຫນ້າຈໍໃນແຕ່ລະມື້ອາດລົບກວນ ການພັດທະນາພາສາ ໃນເດັກວັຍຫັດຍ່າງ.

Mar 06, 20246 min

ບັນຫາການສໍ້ໂກງດ້ານອາຫານໃນອອສເຕຣເລັຍ.

ບັນຫາການສໍ້ໂກງດ້ານອາຫານໄດ້ສ້າງຄວາມເສັຍຫາຍໃຫ້ຜູ້ຜລິດໃນທົ່ວໂລກ ປະມານ 40 ຫາ 50 ພັນລ້ານໂດລາຕໍ່ປີ, ແລະ 2 ຫາ 3 ພັນລ້ານໂດລາ ໃນອອສເຕຣເລັຍພຽງບ່ອນດຽວ, ໂດຍບໍ່ໄດ້ນັບການສໍ້ໂກງຢ່າງຫລວງຫລາຍທີ່ບໍ່ຖືກຄົ້ນພົບ ເຖິງແມ່ນວ່າເມື່ອທຽບໃສ່ມາດຕະຖານທົ່ວໂລກ, ອອສເຕຣເລັຍແມ່ນຫນຶ່ງໃນປະເທດທີ່ດີທີ່ສຸດ ສໍາລັບຄວາມປອດພັຍດ້ານອາຫານ.

Mar 06, 20249 min

Tackling misinformation: How to identify and combat false news - Tackling misinformation: ວິທີລະບຸ ແລະຕໍ່ສູ້ກັບຂ່າວປອມ.

In an era where information travels at the speed of light, it has become increasingly difficult to distinguish between true and false. Whether deemed false news, misinformation, or disinformation, the consequences are the same - a distortion of reality that can affect people's opinions, beliefs, and even important decisions. - ໃນສມັຍທີ່ຂໍ້ມູນ ເດີນທາງດ້ວຍຄວາມໄວຂອງແສງ, ການແຍກຄວາມຈິງ ຈາກຄວາມຕົວະ ໄດ້ກາຍເປັນສິ່ງທ້າທາຍຫລາຍຂຶ້ນ ທີ່ຈະແຍກແຍະລະຫວ່າງຄວາມຈິງ ແລະຄວາມບໍ່ຈິງ. ບໍ່ວ່າມັນຈະຖືກເອີ້ນວ່າເປັນຂ່າວປອມ,...

Mar 05, 202414 min

ບັນຫາໂຣກຄວາມອ້ວນໃນອອສເຕຣເລັຍ.

ປັດຈຸບັນນີ້ ມີຊາວອອສເຕຣເລັຍ ເພີ່ມອີກ 2.5 ລ້ານຄົນ ທີ່ຖືກຈັດໃຫ້ເປັນຄົນອ້ວນ ເມື່ອທຽບໃສ່ ເມື່ອສິບປີກ່ອນ, ໃນຂນະທີ່ ຣັຖບານພິຈາຣະນາຂໍ້ສເນີ ທີ່ຈະຈໍາກັດ ການໂຄສະນາອາຫານບໍ່ເປັນປໂຍດ (Junk-food) ທີ່ແນເປົ້າຫມາຍໃສ່ເດັກນ້ອຍ.

Mar 05, 20246 min

ການບໍ່ຮູ້ກ່ຽວກັບໂຣກລີ້ນຫົວໃຈ ຂອງຄົນອອສເຕຣເລັຍ.

ການຄົ້ນຄວ້າເມື່ອບໍ່ດົນມານີ້ ສະແດງໃຫ້ເຫັນວ່າ ຊາວອອສເຕຣເລັຍ ຫຼາຍກວ່າສອງແສນຫ້າໝື່ນຄົນ ໄດ້ຕິດເຊື້ອ ໂຣກລີ້ນຫົວໃຈ (Heart Valve Disease). ແຕ່ການຄົ້ນຄວ້າສະແດງໃຫ້ເຫັນວ່າ ຄົນສ່ວນໃຫຍ່ ບໍ່ຮູ້ກ່ຽວກັບໂຣກນີ້ ຊຶ່ງກໍ່ໃຫ້ເກີດຄວາມເປັນຫ່ວງຫຼາຍຂຶ້ນອີກ. ໂຣກນີ້ ຈະສົ່ງຜົນກະທົບຕໍ່ຜູ້ສູງອາຍຸ ຊຶ່ງຕອນນີ້, ຈຳນວນຜູ້ທີ່ອາຍຸສູງກວ່າ 60 ປີນັ້ນມີຫຼາຍ.

Feb 28, 20249 min

ການຂາດຄວາມຮູ້ ກ່ຽວກັບໂຣກຕານເຕັ້ນ ຫຼືງູສວັດ (Shingles) ໃນອອສເຕຣເລັຍ.

ໃນການສໍາຫຼວດໃໝ່ ໂດຍ GlaxoSmithKline ໄດ້ເປີດເຜີຍການຂາດຄວາມຮູ້ ກ່ຽວກັບໂຣກຕານເຕັ້ນ ຫຼືງູສວັດ (Shingles) ໃນບັນດາຄົນສູງອາຍຸ ຊາວອອສເຕຣເລັຍ ຊຶ່ງຫຼາຍຄົນຄິດວ່າ ໂຣກຕານເຕັ້ນ ຫຼືງູສວັດ (Shingles) ນັ້ນຮ້າຍແຮງ-ແຕ່ກໍຈະບໍ່ເກີດຂຶ້ນກັບພວກເຂົາ.

Feb 27, 20247 min

ການລົງທະບຽນກັບ BetStop ໃນການຍົກເວັ້ນຕົນເອງ ຈາກການພະນັນ,

ຣັຖບານກາງ ກໍາລັງປະເຊີນຫນ້າ ກັບການຮຽກຮ້ອງຫຼາຍຂຶ້ນ ໃນການຕໍ່ສູ້ ກັບການພະນັນທີ່ສ້າງບັນຫາ.ຕົວເລກໃຫມ່ ກ່ຽວກັບຈໍານວນຊາວອອສເຕຣເລັຍ ທີ່ຍົກເວັ້ນໂຕເອງ(Self-excluding) ອອກຈາກການຫລິ້ນພະນັນ, ໄດ້ເຮັດໃຫ້ມີການເຕືອນກ່ຽວກັບວິກິດການ ດ້ານສາທາຣະນະສຸກແລະດ້ານອື່ນໆ.

Feb 27, 20247 min

Are you eligible for the Higher Education Loan Program? - ທ່ານມີສິດຢືມເງິນເພື່ອການສຶກສາບໍ່?

Around three million Australians have a government loan through HELP, the Higher Education Loan Program. You too may be eligible to defer your tertiary tuition fees until you secure a job. - ຊາວອອສເຕຣເລັຍ ປະມານສາມລ້ານຄົນ ໄດ້ກູ້ຢືມຈາກຣັຖບານໂດຍຜ່ານ HELP (Higher Education Loan Program), ໂຄງການກູ້ຢືມເພື່ອການສຶກສາລະດັບອຸດົມສຶກສາ. ເຊັ່ນດຽວກັນ, ທ່ານອາດຈະມີສິດເລື່ອນຄ່າຮຽນ ລະດັບອຸດົມສຶກສາຂອງທ່ານ ຈົນກວ່າທ່ານຈະມີວຽກເຮັດ.

Feb 27, 202411 min

ຕໍາຫລວດກຳລັງປາບປາມການ “ຂົນຖ່າຍເງິນ (Money Mules)”

ຕໍາຫລວດຣັຖບານກາງ ແລະສະຖາບັນການເງິນ ຂອງອອສເຕຣເລັຍກ່າວວ່າ ມີກຸ່ມອາຊະຍາກັມ ຈຳນວນຫລາຍຂຶ້ນ ກຳລັງແນເປົ້າຫມາຍໃຫ້ນັກສຶກສາໃຫ້ກາຍເປັນ 'ຜູ້ຂົນຖ່າຍເງິນ (Money Mules)' ຊຶ່ງແມ່ນຄວາມຜິດຮ້າຍແຮງ ຖານຟອກເງິນ ຢ່າງຮ້າຍແຮງ ແລະມີລົງໂທດລະຫວ່າງ 12 ເດືອນ ເຖິງຕິດຄຸກຕລອດຊີວິດ.

Feb 21, 20247 min

ນັກຮຽນອອສເຕຣເລັຍກັບປັນຫາໃນການອ່ານໜັງສື.

ລາຍງານຂອງສະຖາບັນ Grattan ໄດ້ເປີດເຜີຍວ່າ ນັກຮຽນອອສເຕຣເລັຍ ມີປັນຫາໃນການອ່ານໜັງສື ແລະຮຽກຮ້ອງໃຫ້ໂຮງຮຽນ ຮັບເອົາຄໍາແນະນໍາ ທີ່ເຂົາເຈົ້າກ່າວວ່າ ສາມາດຊ່ວຍໃນເລື້ອງການຮຽນບໍ່ດີຂອງນັກຮຽນ. ລາຍງານຍັງເຕືອນວ່າ ນັກຮຽນທີ່ມີປັນຫາໃນການອ່ານໜັງສື ມັກຈະຮຽນບໍ່ທັນໝູ່...ແລະອາດຈະສ້າງຄວາມເສັຍຫາຍໃຫ້ອອສເຕຣເລັຍຫຼາຍພັນລ້ານໂດລາ ໃນໄລຍະຍາວ.

Feb 21, 20245 min

ການຮັກສາຊາຍແດນ ຂອງ ອອສເຕຣເລັຍ.

ການມາເຖິງໂດຍທາງເຮືອ ຂອງຜູ້ຊາຍປະມານ 40 ຄົນ, ທີ່ສົງໄສວ່າເປັນຜູ້ຂໍລີ້ພັຍ ໃນທີ່ຫ່າງໄກ ຂອງ Western Australia ໃນອາທິດນີ້, ໄດ້ເຮັດໃຫ້ມີການແລກປ່ຽນຄໍາເວົ້າທີ່ຮຸນແຮງ ລະຫວ່າງຣັຖບານກາງ ແລະຝ່າຍຄ້ານ.

Feb 20, 20247 min

What is the cultural significance of First Nations weaving? - ຄວາມສໍາຄັນທາງວັດທະນະທັມ ຂອງການຕ່ຳຜ້າຫຼືຖັກສານຂອງຊົນຊາດທໍາອິດແມ່ນຫຍັງ?

Weaving is one of the most complex and sophisticated examples of First Nations technology and culture. It produces objects of beauty, and the process itself has deep cultural significance. Weaving is a way to share knowledge, connect to people and country, invite mindfulness, and much more. - ການຕ່ຳຜ້າຫຼືຖັກສານ ເປັນຫນຶ່ງໃນຕົວຢ່າງທີ່ຊັບຊ້ອນທີ່ສຸດ ຂອງເຕັກໂນໂລຊີ ແລະວັດທະນະທັມ ຂອງ First Nations. ມັນຜລິດວັດຖຸຂອງຄວາມງາມ, ແລະຂະບວນການນັ້ນ ກໍມີຄວາມສໍາຄັນ ທາງດ້ານວັດທະນະທັມ ຢ່າງເລິກເຊິ່ງ. ການຕ່ຳຜ້າແມ່ນວິທີ...

Feb 20, 202412 min

ຢາວັກຊີນປ້ອງກັນງູສວັດ (Shingles) ກຳລັງຈະຖືກນຳມາໃຊ້ ໃນອອສເຕຣເລັຍ.

ໂຮກງູສວັດ (Shingles) ສົ່ງຜົນກະທົບ ຕໍ່ຜູ້ຄົນ ເພາະບໍ່ພຽງແຕ່ມັນຈະເຮັດ ໃຫ້ເກີດຄວາມເຈັບປວດຢ່າງສາຫັດ ແລະການບວມ ແລະເຈັບປວດ ໃນບໍຣິເວນເທົ່ານັ້ນ, ແຕ່ມັນອາດເຮັດໃຫ້ ເກີດຄວາມເຈັບປວດ ໃນໄລຍະຍາວນໍາອີກ. ມີຄວາມເຂົ້າໃຈຜິດຫຼາຍຢ່າງກ່ຽວກັບໂຣກນີ້. ຕອນນີ້, ມີ ຢາວັກຊີນປ້ອງກັນງູສວັດ (Shingles) ກຳລັງຈະຖືກນຳມາໃຊ້ ໃນອອສເຕຣເລັຍ.

Nov 01, 20238 min
For the best experience, listen in Metacast app for iOS or Android