SBS Lao - SBS ພາ​ສາ​ລາວ - podcast cover

SBS Lao - SBS ພາ​ສາ​ລາວ

Independent news and stories from SBS Audio, connecting you to life in Australia and Lao-speaking Australians. - ຂ່າວທີ່ມີອິສຣະພາບແລະເຣື່ອງທີ່ເອົາທ່ານໃສ່ຊີວິດໃນອອສເຕຼເລັຍແລະຄົນອອສເຕຼລຽນທີປາກພາສລາວ.
Last refreshed:
Follow this podcast in the Metacast mobile app to refresh it and see new episodes.
Download Metacast podcast app
Podcasts are better in Metacast mobile app
Don't just listen to podcasts. Learn from them with transcripts, summaries, and chapters for every episode. Skim, search, and bookmark insights. Learn more

Episodes

ຄົນລາວນີວຊາວທ໌ແວນລ໌ຢູ່ແນວໃດກັນໃນລ໋ອກດາວ?

ສຳພາດທ່ານ: ສິດ ສຸກສວັວດ ໃນຕອນແລກໆ ໂຄວິດ-19 ສາຍພັນແດນຕາ ມັນເລີ້ມຂຶ້ນຄ່ອຍໆໃນຊິດນີ ແລ້ວປະລຸບປຸບປັນມັນຄອບຄອງໄດ້ຂົງແຄ້ວນຊິດນີທັງໜົດ. ຕົກມາດຽວ ມັນກໍບຸກໂຈມຕີຣັດນີວຊາວທ໌ແວນລ໌ທັງໜົດແລ້ວ ກະທັ້ງມີດ່ານ ແລະມີການສະກັດກັ້ນຮ້ອຍແປກພັນແນວກໍຕາມແຕ່. ໃນຫຼາຍເຂດແດນຂອງຂົງແຄ້ວນຊິດນີຖຶກລ໋ອກດາວຢ່ງເຄັ່ງ. ໃນເຂດທີ່ມີລ໋ອກດາວຢ່ງເອົາຈິງເອົາຈັງແລະເຄັ່ງຄັດນັ້ນເປັນຖິ່ນຖານພູມລຳ ເນົາຂອງຄົນລາວໃນອອສເຕຼເັລຍສ່ວນໃຫຍ່. ພວກຂະເຈົ້າຢູ່ກັນແບບໃດໃນເວລານີ້?

Aug 19, 20217 min

ພົນລະເມືອງຂເມນຫຼາຍກ່ວາ 50% ຖຶກສັກຢາວັກຊີນໂຄວິດແລ້ວ

ຄົນໃນປະເທດຂເມນມາກມາຍຖຶກບຸກຣຸກໂດຍ ໂຄວິດ-19 ຈົນຮ້ອນວົນໄປທົ່ວເຂດນ້ຳແດນດິນຂເມນ. ແຕ່ບັດນີ້ຄົນໃນປະເທດຂເມນເຖິງຫຼາຍກ່ວາ 50% ຖຶກສັກຢາ ວັກຊີນ ໂຄວິດ-19 ຕ່າງໆໃຫ້ແລ້ວແລະກໍຍັງສັກຢານັ້ນເປັນຂະ ບວນການຢູ່ຕໍ່ໄປຢູ່.

Aug 19, 20214 min

ເຕະບານ :​ ລາວ ເຈີະກັບ ໄທຍ໌

ລາວກັບໄທຍ໌ເຈີະກັນໃນສນາບເຕະບານເທ່ື່ອໃດແມ່ນດຸເດືອດ ແທບສະໜາາບກິລາຈະຣະເບີດຍ້ອນສຽງໂຮຮອງ. ບັດນີ້ໃນການຈະແຂ່ງຂັນເຕະບານອາຊີຄັບ 2022 ລາວກັບໄທຍ໌ ຢູ່ໃນສາຍດຽວກັນ ອັນແປວ່າຈະດຸເດືອດເຖິງໃຈແນ່ນອນ.

Aug 19, 20214 min

ແຮງງານລາວໃນຊຽງຄານຖຶກຄະດີລ່ວງຣະເມີດການກັກໂຕກັນພະຍາດ.

ໂຄວິດ-19 ກຳລັງແຜ່ຣະບາດຢ່າງຮຸນແຮງຢູ່ໃນປະເທດໄທຍ໌ຈົນຮ້ອນວົນກັນທຸກທົ່ວໜ້າ. ນອກນັ້ນກໍມີການບັນຍັດກົດເກນສະກັດກັ້ນພະຍາດດັ່ງກ່າວດ້ວຍ ແຕ່ຄົນບາງຈ່ຳພວກບໍ່ ປະຕິບັດຕາມກົດເກນນັ້ນ. ໃນຫວ່າງນຶ່ງນີ້ແຮງງານລາວຄົນນືີ່ງ ທີ່ເມືອງຊຽງຄານ ຈັງວັດເລີຍ ຖຶກຈັບໃ່ສ່ຄະດີວ່າຣະເມີດ ກົດເກນການສະກັດກັ້ນໂຄວິດ.

Aug 19, 20216 min

ໄທຍ໌ເດີນໜ້າຜະລິດຢາວັກຊີນກັນໂຄວິດແຕ່ການປະທວງພະຢຸດມີຢູ່ຕໍ່ໄປ.

ຍ້ອນເຫດຜົນຫຼາຍຢ່າງການປະທ້ວງໃນໄທຍ໌ຕໍ່ຕ້ານນາຍົກຣັຖມົນຕີພະຢຸດ ນັ້ນຍັງເດີນໜ້າຢູ່ຕລອດມາຢູ່ ທີ່ໃນປັດບັນນີ້ແມ່ນບັງຄັບໃຫ້ທ່ານລົງຈາກ ຕ່ຳແໜ່ງນາຍົກນັ້ນ. ຜູ້ປະທ້ວງອ້າງວ່າທ່ານລົ້ມເຫຼວໃນການຄວບຄຸມ ໂຄວິດ-19 ໃນໄທຍ໌. ນີ້ເປັນດັ່ງນັ້ນກະທັ້ງທີ່ປະເທດໄທຍ໌ກຳລັງພະລິດຢາວັກຊີນກັນໂຄວີດໃໜ່ ອີກສາມຊະນິດກໍ່ຕາມແຕ່.

Aug 19, 20211 min

ຢາຊະນິດໃໜ່ໃຫ້ຄວາມຫວັງແກ່ຄົນທີ່ເປັນໂຣກປອດເຣື້ອຣັງ ຍົກເວັ້ນອອສເຕຼເລັຍ

ທ່ານໜໍທັງຫຼາຍໃນໂຮງພະຍາບານແຫ່ງນຶ່ງໄນປະເທດອັງກິດ ຊີ້ແຈງວ່າຜົນສະທ້ອນຂອງຢາຊະນິດນຶ່ງ່ີທປິນປົວໂຣກປອດເຣື້ອ ຣັງເປັນສິງອັສຈັນ. ຢາໃໜ່ນັ້ນມີຊື່ວ່າ 'Kaftrio" ແລະຖຶກຊີ້ແຈງວ່າເປັນຢາທີ່ປ່ຽນ ແປງຊີວິດຂອງຄົນທີ່ເປັນອາການດັ່ງກ່າວນັ້ນ.

Aug 19, 20216 min

ບາງທຸຣະກິດຖຶກອະຍຸຍາດໃຫ້ເຮັດໃຫ້ຈຳຕ້ອງຖຶກສັກຢາວັນຊີນໂຄວິດ.

ອອສເຕຼເລັຍມີຄົນເປັນແລະຕາຍຍ້ອນໂຄວິດຍິ່ງຂື້ນຢູ່. ແຕ່ການໄປໃຫ້ສັກຢາວັກຊີນກັນໂຄວິດຈຳຕ້ອງເປັນສິ່ງຈຳຕ້ອງລືບໍ່ ໂດຍສະເພາະ ທີ່ບາງທຸຣະກິດຖຶກປ່ອຍໃຫ້ສັ່ງການໃຫ້ຈຳຕ້ອງໄປໃຫ້ສັກໃຫ້?

Aug 19, 20218 min

ໄທຍະຈະຜະລິດຢາວັກ ໂຄວິດ-19 ສາມຢ່າງອອກມາໃນໄວໆນີ້.

ຢາວັກຊີນ ໂຄວິດ-19 ຍີ້ຫໍ້ ອັສຕຼາຊີນີກາ ຖຶກຜະລິດອອກມາຈາກປະເທດ ໄທຍ໌ຊົ່ວຣະຍະນຶ່ງແລ້ວ. ບັດນີ້ ໃນໄວໆນີ້ປະເທດໄທຍ໌ກໍຈະຜະລິດຢາວັກຊີນກັນໂຄວິດອີກສາມແນວ.

Aug 19, 20216 min

ແຂວງບໍ່ແກ້ວເລີ້ມໃຫ້ອາຫານພາຍຫຼັງແຮງງານພະມ້າທີ່ຖຶກລ໋ອກດາວປະທ້ວງ

ໃນແຂວງບໍ່ແກ້ວ ສປປລາວ ມີແຮງງານພະມ້າມາຮັບຈ້າງເຮັດວຽກໃຫ້ແກ່ ທຸຣະກິດ ສປປຈີນ. ພວກຂະເຈົ້າກໍຖຶກລ໋ອກດາວກັນໂຄວິດັ່ງຄົນອື່ນໃນທ້ອງຖິນແຕ່ບໍ່ມີດູແລລ້ຽງ ເກືອ ເລີຍພາກັນປະທ້ວງຂຶ້ນ ຈົນວ່າທາງການແຂວງບໍ່ແກ້ວກ້າວໄປໃຫ້ອາຫານ ແລ້ວທັງກໍຫາວິທີທາງພັກດັນພວກຂະເຈົ້າກັບປະເທດດ້ວຍ .

Aug 19, 20215 min

ຄົນອອສເຕຼເລັຍຜູ້ໜຸ່ມນ້ອຍກະທຳບົດບາດດູແລຄົນອື່ນ

ຄົນອອສເຕຼເລັຍສອງລ້ານຫົກສິບຫ້າພັນຄົນໃຫ້ການດູແລແກ່ສະມາຊິກຄອບຄົວ ທີ່ພິການ, ຄົຮທີ່ມີບັນຫາໃນດ້ານສຸຂພາບປະສາດ, ຄົນທີເປັນອາການເຈັບປ່ວງຊ້ຳ ເຮື້ອຫຼືໃຊ້ສານເຄມີໄປໃນແງ່ທີ່ບໍ່ຈົບດີ. ແລະຄົນອອສເຕຼເລັຍຜູ້ໜຸ່ມນ້ອຍຫຼາຍພັນຄົນທີ່ມີອາຍຸຣະຫວ່າງ 12 ແລະ 25 ປີ ກະທຳບົດບາດການດູແລຄົນອື່ນບາງຢ່າງເພື່ອເພື່ອນມິດຫຼືສະມາຊິກຄອບຄົວ ແຕ່ ວຽກງານຕ່າງນັ້ນໆເປັນສິ່ງຍາກຊາຂຶ້ນຕື່ມຍ້ອນວິກິດ ໂຄວິດ-19.

Aug 19, 20218 min

ການແປຂໍ້ມູນ ໂຄວິດ-19 ຖຶກມອງເຫັນວ່າບໍ່ທັນການ - ການແປຂໍ້ມູນ ໂຄວິດ-19 ຖຶກມອງເຫັນວ່າບໍ່ທັນການ

ເມື່ອທີ່ມີຄົນອອສເຕຼເລັຍຫຼາຍຂຶ້ນຮຽກຮ້ອງໃຫ້ສັກຢາວັນຊີນ ໂຄວິດ-19 ຍ້ອນທີ່ມີລ໋ອກດາວຍິ່ງຂຶ້ນ ກະຊວງສາທາຣະນະສຸກອອສເຕຼເລັຍຟ້າວຝັ່ງປັບ ໃຫ້ທັນການການປ່ຂໍ່ມູນກ່ຽວກັບ ໂຄວິດ-19. ການແພດທີ່ສ່ຽວຊານແລະຜູ້ນຳຊຸມຊົນເວົ້າວ່າຂໍ້ມູນບາງອັນນັ້ນບໍ່ຖຶກ ຕ້ອງພານຫຼັງທີ່ມີການຮູ້ເຫັນວ່າການແປນັ້ນບໍ່ທັນການເຖິງຫຼາຍເດືອນ. - ເມື່ອທີ່ມີຄົນອອສເຕຼເລັຍຫຼາຍຂຶ້ນຮຽກຮ້ອງໃຫ້ສັກຢາວັນຊີນ ໂຄວິດ-19 ຍ້ອນທີ່ມີລ໋ອກດາວຍິ່ງຂຶ້ນ ກະຊວງສາທາຣະນະສຸກອອສເຕຼເລັຍຟ້າວຟັ່ງປັບ ໃຫ້ທັນການການປ່ຂໍ່ມູນກ່ຽວກັບ ໂຄວິດ-19. ການແພດທີ່ສ່ຽວຊານແລະຜູ້ນຳຊຸມຊົນເວົ້າວ່າຂໍ້ມູນບາງອັ...

Aug 19, 20215 min

ວິກິດ ໂຄວິດ-19 ເຮີະຮ້າຍຂຶ້ນຄວາມບໍ່ສເມີພາບດ້ານສຸຂພາບ

ໜັງສືລາຍງາຍໃໜ່ອັນນຶ່ງບອກໃຫ້ຮູ້ເຫັນວ່າວິກິດ ໂຄວິດ-19 ເຮັດໃຫ້ຄວາມບໍ່ ສເມີພາບກັນໃນດ້ານສຸຂພາບເຮີະຮ້ານຂຶ້ນ. ນັ້ນບອກໃຫ້ຮູ້ວ່າຄົນທີ່ມີລາຍໄດ້ຕ່ຳແລະໄດ້ການສົງເຂາະສັງຄົມມີສຸຂພາບອັນຕ່ຳ ຕ້ອຍກ່ວາຄົນອອສເຕຼເລັຍອື່ນໆ.

Aug 19, 20214 min

ຜູ້ນຳຊຸມຊົນພະຍາຍາມຣົບລ້າງຂໍ້ມູນອັນບໍ່ຖຶກຕ້ອງກ່ຽວຢາວັກຊີນ ໂຄວິດ-19

ຜູ້ນຳຊຸມຊົນໃນຊິດນີພາກຕາເວັນຕົກເວົ້າວ່າພວກຂະເຈົ້າເປັນຫ່ວງເປັນຍັຍ ກ່ຽວກັບຣະດັບການໃຫ້ຂໍ້ມູນອັນບໍ່ຖຶກຕ້ອງທີ່ສົ່ງເສີມໃຫ້ມີຄວາມລັ່ງເລໃຈ ກ່ຽວກັບຢາວວັກຊີນ ໂຄວິດ-19. ບາງຄົນມີວິທີການອັນສະເພາະເພື່ອຊີ້ແຈງສາທາຣະນະສຸກເຖິງປວງຊົນກ່ຽວ ກັບຢາວັກຊີນນັ້ນ.

Aug 18, 20219 min

ຄົນງານ ໄມແຄຼນຕ໌ ບາງຄົນທີໄດ້ເບັ້ຍ ຈອບຄີບເປີ ຖຶກບອກໃຫ້ສົ່ງມັນຄືນ

ຫ້ອງການພາສາອອສເຕຼເລັຍກຳລັງຕາມທວງເອົາເງິນນັບເປັນຫຼາຍພັນດອນລາ ຈາກຢຄນໄມແຄຼນຕ໌ທີ່ໄດ້ຮັບເງິນຈອບຄີບເປີໃນເມື່ອມີວິກິດຮ້າຍແຮງຈາກໂຄວິດ-19. ກະແສຂ່າວ ແອສບີແອສ ເຫັນໜັງສືທວງເອົາເງິນຄືນນັ້ນທີ່ມີເຖິງ 20 ພັນດອນລາ.

Aug 18, 20216 min

ອັບເດດ ໂຄວິດ-19 : ນີວຊາວທ໌ແວນບ໌ຈຳນວນ "ໜ້າວິຕົກນຳ" ເມື່ອແມນລ໌ເບິນບັນຍັດ ເຄີຟີວ ແລະ ຕໍ່ອອກລ໋ອກດາວ

ກ່ຽວກັບ ໂຄວິດ-19 ແມ່ນຖຶກອັບເດດເປັນປະຈຳ. ຕໍ່ໄປນີ້ ອີກໃໜ່ ກໍແມ່ນກ່ຽວກັບໂຄວິດອັນທັນການສຳຮັບທ່ານ.

Aug 16, 20215 min

ອັບເດດ ໂຄວິດ-19​: "ຫ່ວງຍັຍນຳທີ່ສຸດ" : ປັບໃໜຢ່າງໜັກໜ່ວງແລະມີການຕ້ອງຫ້າມທີ່ເຄັ່ງຄັດຕື່ມສຳຮັບນີວຊາວທ໌ແວນລ໌

ດົນນານມາແລ້ວ ໂຄວິດ-19 ມັນກະຍັງບໍ່ລົງຄໍໃຫ້ໃຜເທື່ອ. ຈັກວ່າຢຸກຢາໃດໆແລະວັກຊີນຕ່າງໆມັນກະບໍ່ຖອຍ ບຸກແຫຼກເມື່ອໜ້າ. ໃນນີ້ມີຂໍ້ມູຫຼາຍຢ່າງໃຫ້ທ່ານຮຽນຮູ້. ກະຣຸນາຟັງແລະກົດອ່ານກົດເບິ່ງ.

Aug 14, 20215 min

ມັນຍາກຊາປານໃດໃນການຢູ່ລອດລ໋ອກດາວ ໂຄວິດ-19?

ລ໋ອກດາວຕ້ານ ໂຄວິດ-19 ພາໃຫ້ມີຄວາມລ້ຳບາກຍາກຊາຢູ່ແລ້ວ ແລ້ວບໍ່ແລ້ວ ແດນຕາ ກໍຄອຍກິນຫົວອີກ ແຕ່ຫຼາຍຄົນກໍເຫັນວາມັນ ບໍ່ພີລຶກຫຍັງ ພຽງແຕຮໃຫ້ຣະມັດຣະວັງແລະປ້ອງກັນໂຕຈາກພະຍາດນັ້ນ ຕາມຄວາມແນະນຳຂອງທາງການຕ່າງໆ ດັ່ງໄປໃຫ້ສັກຢາວັກຊີນ ໂຄວິດ-19. ທ່ານ ປີແອຣ໌ ວັນທະວົງ, ຄົນລາວທ່ານນຶ່່ງຂອງຂົງແຄ້ວນຊິດນີ ທີ່ຖຶກລ໋ອກລາວຢ່າງເຄັງຄັດ ທີ່ໄດ້ກະທຳຕາມຄວາມແນະນຳຕ່າງໆ ຂອງທາງການນີວຊາວທ໌ແວນລ໌. ຂ້າພະເຈົ້າໄດ້ສຳພາດທ່ານດັ່ງຕໍ່ໄປນີ້.

Aug 12, 202111 min

ປັບໃຫ້ທັນການກ່ຽວກັບ ໂຄວິດ-19 ໃນວັນທີ 12-8-21

ນີ້ແມ່ນອັບເດດກ່ຽວກັບ ໂຄວິດ-19 ທີ່ຄວນຊາບ ຂອງວັນທີ 12 ສິງຫາ 2021. ສະຖານະພາບນະການ ຂອງໂຄໂຣນາໄວຣັສໃນອອສເຕຼເລັຍໜູນປ່ຽນໄປຢ່າງວ່ອງໄວ. ດ້ວຍເຫດມັນຄວນຖຶກຕິຕາມເບິງໃຫ້ທັນການ.

Aug 12, 20214 min

ສວັນນະເຂດຮັບຄົນກັບບ້ານຈາກມຸກດາຫານບໍ່ໄດ້ເກີນ 150 ຄົນ.

ແຮງງານລາວໃນໄທຍ໌ກັບຄືນຖິ່ນຖານເດີມມາມກມາຍຍ້ອນວິກິດ ໂຄວິດ-19. ສຳຮັບແຂວງສວັນນະເຂດແລ້ວບໍ່ສາມາດຮັບເອົາພວກດັ່ງກ່າວໄດ້ເກີນ 150 ຄົນຕໍ່ມື້. ດ້ວຍເຫດໃດແທ້ໆ?

Aug 12, 20214 min

ສປປລາວ ກັກຄົນກັນໂຄໂຣນາໄວຣັສ 28 ມື້

ສປປລາວ ມີຄົນເປັນ ໂຄວິດ-19 ຫຼາຍຍິ່ງຂຶ້ນ ໂດຍສະເພາະສາຍພັນ ແດນຕາ. ບັດນີ້ທາງການລາວຫັນມາກັກຄົນກັນໂຄວິດດົນນານກ່ວາຈາກ 14 ມື້ ມາເປັນ 28 ມື້.

Aug 12, 20215 min

ຈາກແຕ່ກໍຣະກະດາ 2021 ເປັນຕົ້ມາມີການປ່ຽນແປງການເຂົ້າເມືອງອອສເຕຼເລັຍແລະວີຊາ.

ຢ່າງມາຫາສານວິກິດ ໂຄວິດ-19 ແຕະຕ້ອງການເຂົ້າເມືອງອອສເຕຼເລັຍ. ໂຄງການການເຂົ້າເມືອງນັ້ນຢ່າງໜັກແໜ້ນໂຈະໂຈງໃສ່ການຟື້ນດີຄືນໃນ ດ້ານເສຖກິດຂອງປະເທດຊາດບ້ານເມືອງອອສເຕຼເລັຍ. ມີຫຼາຍສິ່ງຫຼາຍຢ່າງໃນດ້ານການເຂົ້າເມືອງອອສເຕຼເລັຍຖຶກປ່ຽນແປງແລ້ວ ແລະກໍຍັງຈະມີດັ່ງນັ້ນອີກຢູ່.

Aug 12, 202110 min

ຣັຖບານອອສເຕຼເລັຍໃຫ້ຄົນອອສເຕຼລຽນຂໍການຍົກເວັ້ນເພື່ອຈະກັບບ້ານໃນຕ່າງປະເທດ

ຣັຖບານອອສເຕຼເລັຍປົກປ້ອງການທີ່ພວກເພີ່ນບັງຄັບໃຫ້ຄົນສັນຊາດອອສເຕຼເລັຍ ທີ່ຢູ່ກິນຢູ່ໃນຕ່າງປະເທດຕ້ອງຮ້ອງໍເອົາອະຍະຍາດເພື່ຶຈະກັບບ້ານເຮືອນຂອງພວກຂະ ເຈົ້າໃນຕ່າງປະເທດ. ນີ້ສັກສິດຂຶ້ນແລ້ວໃນວັນທີ່ 11 ສິງຫາ.

Aug 12, 20216 min

ການປະກັນເອົາຄົນມາຢູ່ອອສເຕຼເລັຍຢ່າງຖາວອນ

ໃນປີນີ້ ການຍົກຍ້າຍຈາກຕ່າງປະເທດເຂົ້າມາຢູ່ອອສເຕຼເລັຍເລັຍປະຈຳປີ ປະກອບດ້ວຍການຍົກຍ້າຍຖິ່ນຖາຍໂດຍຄອບຄົວເຖິງ 50%. ການເຂົ້າເມືອງອອສເຕຼເລັຍມີຫຼາຍຮູບຫຼາຍແບບ ຫຼາຍວີຊ່າ ໄວ້ບໍ່ຣິ ການທີຫຼາຍຄົນອາດບໍ່ເຂົ້າໃຈນຳຫຼືມີອາການງົງໆເມື່ອສິກສາເບິາງມັນ.

Aug 12, 202111 min

ບໍ່ມີຄວາຍເປັນ ໂຄວິດ-19

ຄວາຍໃນຈັ່ງວັດຊຽງໃໜ່ ປະເທດໄທຍ໌ ເປັນ ໂຄວິດ-19 ບໍ່? ນີ້ຖຶກຊາລືກັນໃນຊື່ງສັງຄົມວ່າມີ. ແຕ່ແລ້ວບໍ່ມີຄວາຍໃດໆເປັນດັ່ງວ່ານອກຈາກທີ່ມັນແມ່ນຂ່າວປອມຊື່ໆ.

Aug 12, 20211 min
For the best experience, listen in Metacast app for iOS or Android