SBS Lao - SBS ພາ​ສາ​ລາວ - podcast cover

SBS Lao - SBS ພາ​ສາ​ລາວ

Independent news and stories from SBS Audio, connecting you to life in Australia and Lao-speaking Australians. - ຂ່າວທີ່ມີອິສຣະພາບແລະເຣື່ອງທີ່ເອົາທ່ານໃສ່ຊີວິດໃນອອສເຕຼເລັຍແລະຄົນອອສເຕຼລຽນທີປາກພາສລາວ.
Last refreshed:
Follow this podcast in the Metacast mobile app to refresh it and see new episodes.
Download Metacast podcast app
Podcasts are better in Metacast mobile app
Don't just listen to podcasts. Learn from them with transcripts, summaries, and chapters for every episode. Skim, search, and bookmark insights. Learn more

Episodes

ອອສເຕຼເລັຍສົ່ງການຊ່ວຍເຫຼືອໄປຍັງ ຟີຊີ ເພື່ອແກ້ໄຂບັນຫາ ໂຄວິດ-19

ປະເທດ ຟີຊີ ທີ່ເປັນປະເທດບ້ານໃກ້ເຮືອນຄຽງກັນກັບອອສເຕຼເລັຍ ມີບັນຫາໜັກກັບການບຸກຣຸກໂດຍ ໂຖຄວິດ-19. ຄົນໃນ ຟີຊີ ທີ່ເປັນພະຍາດດັ່ງກ່າວທະວີຂຶ້ນໃນແຕ່ຣະມື້ຣະວັນຈົນ ວ່າຄົງບໍ່ຮັບມືກັບສະຖານະການໄດ້ອີກແລ້ວ. ອອສເຕຼເລັຍສົ່ງກາຍຊ່ວຍເຫຼືອ, ຍຸກຢາແລະຄະນະແພດໄປຊ່ວຍ ປະເທດ ຟີຊີ ແລ້ວ.

Jul 22, 20215 min

ການຊ່ວຍເຫຼືການເງິນກ່ຽວກັບ ໂຄວິດ-19 ຖຶກຕໍ່ອອກ

ໂຄວິດ-19 ອາຣະວາດອອສເຕຼເລັຍທັງຊາດ ສ້າງຄວາມທຸກຍາກ ລ້ຳບາກຍາກແຄນໃສ່ຄົນທັງຫຼາຍແລະເສຖກິດ ບໍ່ວ່ານ້ອຍຫຼືໃຫຍ່ ກໍໄດ້ຮັບຄວາມເສັຍຫາຍຫຼືວາຍວອດຍ້ອນມັນ. ແຕ່ໃນອອສເຕຼເລັຍຣັຖບານຕ່າງໆກໍບໍ່ໄດ້ຫຼົດຣະໃນການສົງເຄາະ ບຸກຄົນສ່ວນໂຕຫຼືບໍຣະສັດຕ່າງໆທັງຫຼາຍ. ບັດນີ້ຣັຖບານນັ້ນຕໍ່ຍາວອອກການຊ່ວຍເຫຼືອການເງິນສຳຮັບ ຄົນທົ່ວໄປແລະທຸຣະກິດຂັ້ນນ້ອຍແລະກາງ.

Jul 22, 20218 min

ອົງການສາທາຣະນະສຸກໂລກເຕືອນວ່າ ແດນຕາ ຕິດແປດກັນໄດ້ໄວທີ່ສຸດ

ໃນໂລກນີ້ມີນາໆສາຍພັນ ໂຄວິດ-19. ແນວໃດດຸຮ້າຍທີ່ສຸດ? ສະຫະພາບຢູໂຣບເວົ້າວ່າບໍ່ມີຊ່ອງຫວ່າງແນວໃດທີ່ມີຄວາມໜັນໃຈໄດ້ ກ່ຽວກັບພະຍາດດັ່ງກ່າວ ແຕ່ຄົນເດີນທາງທົ່ວທະວິບຢູໂຣບຍັງເດີນທາງ ໄປມາກັນຢູ່ ອັນເປັນເຫດໃຫ້ ໂຄວິດ-19 ແຜ່ຣະບາດໄດ້ຢູ່. ອົງການສາທາຣະນະສຸກໂລກບອກເຕືອນກ່ຽວກັບວ່າຄົນທີ່ບໍ່ຖຶກສັກຢາ ວັກຊີນ ໂຄວິດ-19 ໃຫ້ເທື່ອເປັນຈຸທີ່ມີຄວາມສ່ຽງມາກມາຍທີ່ຈະເຈັບ ປ່ວຍຢ່າງຮ້າຍແຮງ. ຄຳບອກເຕືອນນີ້ສ້າງຄວາມບໍ່ສອດຄ່ອງກັນຂຶ້ນຣະຫວ່າງຣັຖບານຕ່າງໆ ແລະຄົນທີ່ບໍ່ຖຶກສັກຢາວັກຊີນ ໂຄວິດ919 ໃຫ້ເທື່ອ.

Jul 22, 20218 min

ຊຸມຊົນລາວ ນີວຊາວແວນລ໌ຢູ່ກັນແນວໃດກັນ ລ໋ອກດາວ?

ຂົງແຄ້ວນ ຊິດນີ ຣັດ ນີວຊາວແວນລ໌ ໃນອອສເຕຼເລັຍຖຶກ ລ໋ອກດາວໄວ້ມາຊົ່ວຣະຍະ ນຶ່ງແລ້ວ ແລະແທນທີນັ້ນຈະຖຶກຍຸຕິົລງພາຍຫຼັງວັນເວລາທີ່ບົ່ງໄວ້ ສຳຜັດຕໍ່ມັນດົນນານ ອອກຕື່ມ ຍ້ອນ ໂຄວິດ-19 ສາຍັພນໃໜ່ ແດນຕາ ຍັງບຸກແຫຼກຢູ່ຢ່າງບໍ່ຫຼົດຣະແລະບໍ່ ໄວ້ໜ້າໃຜ. ຂົງແຄ້ວນຊິດນີມີຄົນລາວດຳລົງຊີວິດຢູ່ຢ່າງມາກມາຍມາແຕ່ວັນທີ 19-3-76. ໃນອອສເຕຼເລັຍຄົງບໍ່ມີໃຜບໍ່ຖຶກແຕະຕ້ອງຍ້ອນ ໂຄວິດ-19 ແລະກົດເກນການ ຕ້ອງຫ້າມຕາງໆ ດັ່ງລ໋ອກດາວຂອງປັດຈຸບັນນີ້ທີ່ຖຶກບັນຍັດໃນຂົງແຄ້ວນຊິດນີ, ບາງຊົນນະບົດນີວຊາວແວນລ໌, ຣັດວິກຕໍເຣັຍແລະຣັດເຊົາອອສເຕຼເລັຍ. ຣັດທັສມາເນັຍ, ຄີວນສ໌ແລນດ...

Jul 21, 202111 min

ອັບເດດກ່ຽວກັບ ໂຄວິດ-19 ຮວດ 21-7-21

ໃນອອສເຕຼເລັຍ ໂຄວິດ-19 ຍັງດີ້ດ້ານພະຍາມບຸກຣຸກຄົນທັງຫຼາຍຕລອດມາຢູ່. ທຸກຣັດວອນວົນຕາມໆກັນຍ້ອນ ໂຄວິດ-19 ສາຍພັນໃໜ່ ແດນຕາ. ຂໍເຊີນທ່ານຮັບຟັງອັບເດດ ໂຄວິດ-19 ຮວດວັນທີ 21-7-21 ໃນຕໍ່ໄປນີ້.

Jul 21, 20217 min

ລ໋ອກດາວ ຫວ່າງນຶ່ງກ່ອນນີ້

ລ໋ອກດາວວິກຕໍເຣັຍແລະນີວຊາວແວນລ໌ເປັນກິການທີ່ມີຊີວິດຊີວາແລະ ພະຍາຍາມສະກັດກັ້ນແລະປາບປາມ ໂຄວິດ-19 ໃຫ້ທັນການແລະໃຫ້ໄດ້. ແຕ່ທາ່ນຊາບແລ້ວອັນໃດແດ່?

Jul 21, 20214 min

ອັບເດດກ່ຽວກັບ ໂຄວິດ-19 ໃນ ວິກຕໍເລັຍແລະອອສເຕຼເລັຍ

ທ່ານຊາບທັນການກ່ຽວກັບ ໂຄວິດ-19 ໃນອອສເຕຼເລັຍຫຼືບໍ່?ຄັນຊາບ ແມ່ນູູ້ເຖິງປານໃດ? ຂໍ້ມູນແລະກົດເກນກ່ຽວກັບພະຍາດດັ່ງກ່າວແລະຢາວັກຊີນ ໂຄວິດ-19 ໃນອອສເຕຼເລັຍມີມາກມານທັງມັນກໍປ່ຽນແປງໄປນຳຢູ່ເລື້ອຍໆດ້ວຍ.

Jul 16, 20214 min

ການປັບໃຫ້ທັນການກ່ຽວກັບ ໂຄວິດ-19

ຂໍ້ມູນກ່ຽວກັບ ໂຄວິດ-19 ຜັນປ່ຽນໄປຢູ່ຕລອດແທບເຖິງຂັ້ນຕິດຕາມ ມອງເບິ່ງອາດຈະບໍ່ທັນຍ້ອນ. ກ່ຽວກັບຢາວັກຊີນ ໂຄວິດ-19 ໃນອອສເຕຼເລັຍແລະການທີ່ຄົນຖຶກສັກ ຢ່າດັ່ງກ່າວໃຫ້ມີຫຍັງແດ່ ເປັນແນວໃດ ແລະຖຶກບັນແບບໃດກັນ?

Jul 16, 20216 min

ຣັດວິກຕໍເຣັຍ ລ໋ອກດາວ ໃໜ່

ຍ້ອນ ໂຄວິດ-19 ສາຍພັນ ແດນຕາ ທີ່ລາມມາຮອດຣັດວິກຕໍເລັຍ ຈາກຂົງແຄ້ວນຊິດນີຣັດນີວຊາວແວນລ໌ ບັດນີ້ ທັງໜົດຂອງຣັດວິກ ຕໍເລັຍຖຶກ ລ໋ອກດາວ ໄວ້ແລ້ວ ຈົນຮອດວັນທີ 20 ກໍຣະກະດາ 2021.

Jul 16, 20213 min

ຄົນລາວໃນຣັດນີວຊາວແວນລ໌ເປັນແນວໃດກັບ ໂຄວິດ-19?

ຣັດນີວຊາວແວນລ໌ຂອງອອສເຕຼເລັຍມີຄົນລາວດຳລົງຊີວິດມາກມາຍ ກ່ວາຣັດອື່ນໃດ ໂດຍສະເພາະແມ່ນຢູ່ໃນຂົງແຄ້ວນຂອງຊິດນີ. ໃນເວລານີ້ຊິດນີກຳລັງຖຶກບຸກໜຸກໂດຍ ໂຄວິດ-19 ສາຍພັນໃໜ່ ແດນຕາ. ນອກນັ້ນບ່ອນທີ່ຊິດນີມີຄົນລາວຫຼາຍ ຄື ເຂດການປົກຂອງຂອງເມືອງ ແຟຟຽນ ທີ່ເປັນເຂດທີ່ທາງການນີວຊາວແວນລ໌ປະກາດວ່າເປັນເຂດ ຮ້ອນວົນອັນຕະຣາຍຫຼາຍຍ້ອນມີ ແດນຕາ ແຜ່ຣະບາດຢ່າງວອງໄວຫຼາຍ. ໃນສະພາບແບບັ້ນ ການສພຳາດທ່ານ ເດດ ສີແສງຣັດ ປະທານ ປະຊສຳພັນຂອງ ສສຊລາວ ບອກໃຫ້ຮູ້ວ່າ :

Jul 15, 202117 min

ການຄ້າ ໄທຍ໌-ລາວ-ຈີນ ຟື້ນໂຕດີຂຶ້ນ

ທຸຣະກິດການຄ້າຣະຫວ່າງສາມປະເທດບ້ານໃກ້ເຮືອນຄຽງກັນ ໄທຍ໌-ສປປລວ-ຈີນ ມີຄວາມເຄືອງຜຶດຕໍ່ແຕມີໂຄວິດອອກ ມາຈາກ ວູຮານ ໃນ ສປຈີນ. ນັ້ນແມ່ນຍ້ອນກົດເກນການຕ້ອງກ່ຽວກັບການໄປມາຫາສູ່ກັນ ຣະຫວ່າງສາມປະເທດນັ້ນ. ໃນຫວ່າງບໍ່ນານແລ້ວນີ້ກົດເກອກ່ຽວກັບ ໂຄວິດ-19 ທື່ຖຶກບັນ ຍັດໃສ່ຂົງເຂດດັ່ງກ່າວຖຶກມາຍອອກແດ່ ອັນເປັນເຫດຜົນອັນນຶ່ງ ທີ່ການນັ້ນດີແດ່ແລ້ວ.

Jul 15, 20218 min

ຈີນຈະສ້າງທາງດ່ວນ ຫ້ວຍຊາບບໍເຕັນ

ຈີນຈະສ້າງທາງດ່ວນຕໍ່ເມືອງບໍ່ແກ້ວຫວຍຊາຍໃສເມືອງໂບເຕັນ ໃນແຂວຫຼວງນ້ຳທາ. ນີ້ຈະເປັນຄູ່ກັນໄປກັບເສັ້ນທາງເກົ່າທີ່ຕໍ່ບໍ່ແກ້ວຫ້ວຍໃສ່ຫຼວງນ້ຳທາ ທີ່ຝຣັງສ້າງໄວ້ໃນອະດິດແລ້ວຖຶກປັບປຸງຂຶ້ນໃໜ່ໃນສະໃໜ 80.

Jul 15, 20215 min

ເຂື່ອນ້ຳເທີນ 1 ເກືອບຈະສ້າງສຳເຮັດແລ້ວ

ໂຄງການເຂື່ອນໄຟຟ້ານ້ຳຕົກແຮງສູງນ້ຳເທີນນຶ່ງເກືອບຈະຖຶກ ກໍສ້າງສຳເຣັດແລ້ວ ຄືຍັງພຽງແຕ່ປະມານ 10% ກໍຈະແລ້ວໆ. ກະແສໄຟສ່ວນໃຫຍ່ຈາກເຂື່ອນັ້ນຈະຖຶກສົ່ງໄປໄທຍ໌.

Jul 15, 20215 min

ຈຳນວນຄົນໃນຂົງແຄ້ວນຊິດນີທີ່ເປັນ ໂຄວິ-19 ປູດທະວີຂຶ້ນ

ທຸກຮຣັດໃນອອສເຕຼເລັຍມີຄົນເປັນ ໂຄວິດ-19 ແລະ ໂຄວິດ-19 ສາຍພັນໃໜ່ ແດນຕາ ມາຮອດອອສເຕຼເລັຍແລ້ວ. ໃນເວລານີ້ ປາກົດວ່າມັນອາຣະວາດຂົງແຄ້ວນຊິດນີຢູ່ ທີ່ໃນແຕ່ຣະ ມື້ຣະວັນຈຳຈວນຄົນເປັນມັນນັ້ນທະວີຂຶ້ນມາກມາຍແທ້ໆ

Jul 15, 20216 min

ນາຍົກອອສເຕຼເລັຍຮຽກຮ້ອງໃຫ້ຄົນໄປໃຫ້ສັກຢາວັກຊີນ ໂຄວິກ-19 ກ່ອນນເວລາ

ການສັກຢາວັກຊີນ ໂຄວິດ-19 ຕາມປົກກະຕິສັກກັນສອງເຂັມ. ຣະຍະເວລາສັກຣະຫວ່າງເຂັມທີນຶ່ງແລະສອງນັ້ນແມ່ນບໍ່ຄືກັນ. ສຳຮັບບາງຢາ ຕ້ອງສັກຫ່າງກັນ 14 ມື້ ແຕ່ບາງແນວແມ່ນ 8 ສັບປະດາ. ແຕ່ ບັດນີ້ ນາຍົກຣັຖມົນຕີແລະທາງການອອສເຕຼເລັຍຮຽກຮຽກ ຮ້ອງໃຫ້ຄົນໄປສັກກ່ອນເວລາສຳຮັບບາງຍີ່ຫໍ້ຢາ. ດ້ວຍເຫດໃດ?

Jul 15, 20214 min

ນັກກີລາໂອແລມປິກຄົນນຶ່ງຂອງອອສເຕຼເລັຍສເລີມສລອງວັນຄົບຮອບອາຍຸ 100 ປີຂອງທ່ານ

ທ່ານ ແຟຼງກ໌ ປຼີໂຮດາ ເປັນນັກກິລາໂອແລມປິກທີ່ອາວຸໂສທີ່ສຸດ ຂອງປະເທດອອສເຕຼເລັຍ. ທ່ານສເລີມສລອງວັນເກີດຄົບຮອບຮ້ອຍປີຂອງທ່ານໃນວັນທີ 8 ກໍຣະກະດາ 2021 ແລ້ວນີ້. ທ່ານສເລີມສລອງວັນເກີດນັ້ນກັບຍາດຕິພີ່ນ້ອງຜູ້ໃກ້ສິດຂອງ ທ່ານຢູ່ນະທີເຮືອນຂອງທ່ານທີເມືອງ ແທຼດໂບ ທີ່ເປັນບ່ອນຫຼິນ ສະກີ່ແຫ່ງນຶ່ງຂອງອອສເຕຼເລັຍ.

Jul 15, 20216 min

ການຂີ້ຂະໂມຍຄ່າແຮງງານທະວິຂຶ້ນ

ການຖ່າຍທອດການຜິດຖຽງກັນຢ່າງແຮງຢູ່ໃນຮ້ານນ້ຳຊາໃນກຸງອາດີເລດ ກ່ຽວກັບທີ່ວ່າມີການຂີ້ລັກຂີ້ຂະໂມຍຄ່າແຮງງານ ເຮັດໃຫ້ມີການຮຽກຮ້ອງ ຕ້ອງການໃຫ້ປົກປ້ອງຄົນຕ່າງປະເທດທີ່ມາຢູ່ອອສເຕຼເລັຍຢ່າງຖາວອນຈາກ ການຂີ້ລັກຄ່າແຮງງານ. ນັກຮຽນນັກສຶກສາຈາກ ສປຈີນ ຫຼາຍຄົນຢາກໃຫ້ມີການປ່ຽນແປງກ່ຽວ ກັບຮີດຂອງການຈ້າງແຮງງານ.

Jul 15, 20219 min

ສູນກາງການຂົນສົ່ງໃໜ່ໃນໄທຍ໌

ໃນສິ້ນສ່ວນນຶ່ງຂອງໂຄງການການພັທນາການຂົນສົ່ງໃນພາກເໜືອ ສ່ຽງຕາເວັກອອກຂອງປະເທດໄທຍ໌ທີ່ຕິດກັບ ສປປລາວ ໄທຍ໌ຈະສ້າງ ສູນກາງກູດັງໃຫຍ່ອັນນຶ່ງຂຶ້ນເພື່ອການຄ້າໄປ ສປປລວ ວຽດນາມ ແລະ ສປຈີນ. ນີ້ຈະຖຶກສ້າງຂຶ້ນຢູ່ໃສ?

Jul 15, 20215 min

ໄທຍ໌ປະຊຸມກັນກັບບັນດາປະເທດທ້ອງຖິ່ນເພື່ອຢຸດຢັ້ງຢາເສບຕິດ

ປະເທດໄທຍ໌ເປັນປະເທດນຶ່ງທີກະທຳທຸຣະກິດກັບ ສປປລາວ ຫຼາຍແລະຜ່ານແຜ່ນດິນລາວ ແຕ ໂຄວິດ-19 ໃຫ້ການກະທຳນັ້ນມີບັນຫາຕ່າງໆທີຕລອດມາຖຶກແກ້ໄຂໄດ້. ໃນຫວ່າງນຶ່ງກ່ອນນີ້ປະເທດໄຍ໌ຢາກໃຫ້ ສປປລາວ ເປີດປະຕູການຄ້ານໃນຊາຍ ແດນລ່ວ-ໄທຍ໌ຫຼານຂຶ້ນຕື່ມແລະໄດ້ປຶກສາຫາລືເຮື່ອງນີ້ກັບທາງການລາວແລ້ວ.

Jul 15, 20215 min

ສປປລວ ພົບເຫັນຄົນຕ່າງປະເທດເປັນ ໂຄວິດ-19

ການສະກັດກັ້ນພະຍາດ ໂຄວິດ-19 ຂອງ ສປປລາວ ກຳລັງເປັນພາລະອັນ ນັ່ກນ່ວງຢູ່ ບໍ່ວ່າຍ້ອນແຕ່ຄົນໃນລາວເອງແຕ່ກໍຍ້ອນຄົນຕ່າງປະເທດດ້ວຍ. ໃນຫວ່າງນຶ່ງນີ້ ສປປລາວ ພົບເຫັນຄົນຕ່າງປະເທດໃນລາວເປັນ ໂຄວິດ-19.

Jul 15, 20214 min

ອົພຍົບແລະຄົນ ມາຍແຄຼນຕ໌ ສ່ວນໃຫຍ່ຍັງຄົງບໍ່ໃຫ້ສັກຢາວັກຊີນ ໂຄວິດ-19

ອົພຍົບແລະຄົນຕ່າງປະເທດທີມາຢູ່ອອສເຕຼເລັຍຢ່າງຖາວອນຍັງປະເຊີນກັບ ສິ່ງຂີດກັ້ນຕ່າງໆຢ່າງມາກມາຍເມື່ອເວົ້າເຖິງການສັກຢາວັກຊີນ ໂຄວິດ-19. ນັ້ນແມ່ນຄວາມເຫັນຂອງໜັງສືລາຍງານຂອງກາແດງໃນຫວ່າງນຶ່ງນີ້.

Jul 15, 20218 min

ຍົກຍ້າຍມາຢູ່ອອສເຕຼເລັຍຢ່າງຖາວອນຜ່ານວີຊາທຸຣະກິດແລະການໜູນເງິນ

ໂຄງການພັທນາທຸຣະກິດແລະການໜູນເງິນອອສເຕຼເລັຍທະວີຂຶ້ນສອງເທົ່າ ໃນປີ 2020-21 ໂດຍມີບ່ອນສຳຮັບມາຢູ່ອອສເຕຼເລັຍຢ່າງຖາວອນເຖິງ ຫຼາຍກ່ວາ 13,500 ບ່ອນໄວ້ໃຫ້. ໃນເວລາຜ່ານມາໂຄງການນັ້ນໃຫ້ເງິນໃຫ້ຄຳແກ່ການໜູນເງິນໃນອອສເຕຼ ເລັຍເຖິງຫຼາຍພັນລ້ານໂດລາແລະໃຫ້ຊ່ອງທາງເພື່ອຢູ່ໃນອອສເຕຼເລັຍຢ່າງ ຖາວອນສຳຮັບນັກນຼນເງິນ, ນັກພັທນາການ, ນັກທຸຣະກິດແລະຄົນທີ່ມີ ຄວາມສຳນິສຳນານໃນດ້ານການຄ້າການຂາຍ.

Jul 15, 20218 min

ຊາວໜຸ່ມລາວເຮັດແນວໃດຈຶ່ງສຳເຣັດໃນດ້ານທະຣະກິດໂດຍມືເປົ່າ

ການກະທຳທຸຣະກິດ ບໍ່່ວ່ານ້ອຍຫຼືໃຫຍາ ແມ່ນມີຄວາມ ລ້ຳບາກແລະເປັນສິ່ງທີ່ຍາກຊາ ໂດຍສະເພາະຊາວໜຸ່ມ ທີ່ບໍ່ໄດ່ຄາບບ່ວງເງິນບ່ວງມາເກີດ ດັ່ງລູກເຕົ້າຂອງອົພຍົບ ລາວເຮົາ. ທ່ານ ພອນສິນ ໂຕໂຕ ບຸດກັສກາ ມາຢູ່ໃນອອສເຕັຍເລັຍ ກັບພໍ່ແມ່ນໃນຖານເປັນອົພພຍົບຈາກແຜ່ນດິນລາວ ໃນ ຄາວທີ່ຍັງດູດຂວັ້ນນົມຢູ່. ຕໍ່ຈາກນັ້ນ ເມ່ື່ອເຕີບໂຕຂຶ້ນແລ້ວກໍສຳເຮັດໃນດ້ານການ ສຶກສາຂັ້ນສູງໃນອອສເຕຼເລັຍແລ້ວອອກໄປຢູ່ໃນຕ່າງປະ ເທດທຳມາຫາກິນໃນດ້ານທຸຣະກິດການຄ້າໂດຍມືເປົ່າຕີນເປົ້າ ພ້ອມກັບຮຳ່ຮຽນຕໍໃນຂັ້ນສູງສຸດດ້ວຍ. ໃນການຣຽນຂັ້ນສູງສຸດແລະກະທຳທຸຣະກິດນັ້ນ ຖືໄດ້ວາ ປອ. ພອນສິນ ໂຕໂຕ...

Jul 08, 202115 min

ຫຼວງພະບາງໂຈະໄວ້ການສັກຢາວັກຊີນ ໂຄວິດ-19

ສປປລາວ ຂາດເຂີນຢາວັກຊີນ ໂຄວິດ-19 ແລະໂດຍສ່ວນໃຫຍ່ແລ້ວອາໄສ ການບໍ່ຣິຈາກຢານັ້ນຈາກຕ່າງປະເທດແລະ ໂຄແວກ. ໃນຫວ່າງນຶ່ງນີ້ມີຄົນມາກມາຍໄປໃຫ້ສັກຢາວັກຊີນ ໂຄວິດ-19 ທີ່ຖຶກຈັດຂຶ້ນ ໃນສາມແຫ່ງຂອງນະຄອນຫຼວງພະລາງ. ຈາກເຫດການນີ້ເກີດມີສໍຣະວົນແຍ່ງກັນ ເພື່ອຈະໃຫ້ສັກຢານັ້ນ ຈົນການສັກ ຢານັ້ນຶຖກປິດລົງແລະໂຈະໄວ້ຊົ່ວຄາວເສັນກ່ອນ. ແຕ່ລະບອນນັ້ນຂາດເຂີນຢາວັກຊີນ ໂຄວິດ-19 ເອົາແທ້ເອົາວ່າ.

Jul 08, 20216 min

ຄົນລາວໃນໄທຍ໌ລັ່ງເລໃຈໃນການຈະກັບປະເທດຍ້ອນຢ້ານຈະບໍ່ໄດ້ອອກອີກ

ໃນປະເທດໄທຍ໌ມີແຮງງານລາວມາກມາຍກາຍກອງ. ພວກເຫຼົ່ານີ້ມີບັນຫາກັບການບໍ່ມີວຽກເຮັດທຳຍ້ອນສະຖານະການນະພາບ ໂຄວິດ-19 ໃນໄທຍ໌ຂອງເວລານີ້. ຫວ່າງບໍ່ນານແລ້ວນີ້ພວກຂະເຈົ້າກັບປະທດ ສປປລາວ ໄດ້ໂດຍວິທີການອັນ ຖຶກຕ້ອງ. ເຖິງຈະເປັນດັ່ງນັ້ນກໍຕາມພວກຂະເຈົ້າລັ່ງເລໃຈທີ່ຈະກັບຍ້ອນຢ້ານກົວວ່າ ອາດຈະກັບຄືນໄປໄທຍ໌ບໍ່ໄດ້ ຖ້າໄດ້ກໍອາດຈະຍາກຈະຊາ.

Jul 08, 20215 min
For the best experience, listen in Metacast app for iOS or Android